ເລື່ອງ​ແປກ​ແຕ່​ມີ​ຈິງ​ຢູ່​ປັກ​ກິ່ງ: ​ໂຮງງານ​ຜະລິດດິນ​ຈີ່ສະ​ເພາະກໍ່ສ້າງ​ພະ​ລາຊະ​ວັງບູຮານ
2016-08-25 16:55:42  cri 

ເມືອງ​ນ້ອຍ​ສູ່​ອ້າ​ນ​ທີ່​ຂຶ້ນ​ກັບເມືອງ​ເຢິນຊິວ​ແຂວງ​​ເຮີ​ເປີ​ຍ ຫ່າງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ 146 ກິ​ໂລ​ແມັດ. ​ເຖິງ​ວ່າ​ເປັນ​ເມືອງ​ນ້ອຍ​ທຳ​ມະ​ດາໆ​ແຕ່​ກໍ​ກ່ຽວ​ພັນ​ຢ່າງ​ສະໜິດ​ແໜ້ນກັບ​ຫໍພິພິທະພັນ​ພະ​ລາຊະ​ວັງ​ບູຮານນະຄອນຫຼວງ​ປັກ​ກິ່ງ. ​ທັງ​ນີ້​ເມື່ອເດືອນ​ທັນວາ​ປີຜ່ານມາ, ພະ​ລາຊະ​ວັງ​ບູຮານ​ເລີ່​ມດຳ​ເນີນ​ການ​ສ້ອມ​ແປງ​ໃຫຍ່​ຕໍ່ຫໍ​ຢາງ​ຊິນ​ໂດຍ​ຕ້ອງ​ພະຍາຍາມ​ຮັກສາ​ຮູບ​ຊົງ​​ເດີມ​ຂອງ​ຫໍ​ດັ່ງກ່າວຈິ່ງ​ນຳ​ໃຊ້​ວັດ​ສະ​ດຸ​ກໍ່ສ້າງ​ທີ່​ຄ້າຍໆ​ກັບຫໍ​ເກົ່າ​. ດ້ວຍ​ເຫດ​ນີ້, ສີມື​ການເຜົາ​​ແລະ​ການຜະລິດ​ດິນ​ຈີ່​ທີ່​ສືບ​ທອດ​ຈາກ​ບັນ​ພະ​ບຸລຸດ​ຂອງ​ທ່ານວາງ​ລີ້​ຊ່ານ ​​ເຈົ້າ​ຂອງໂຮງງານ​ຜະລິດ​ດິນ​ຈີ່​ສະ​ເພາະ​ສິ່ງ​ກໍ່ສ້າງ​ບູຮານ​ເມືອງ​ນ້ອຍ​ສູ່​ອ້າ​ນຈິ່ງ​​ມີ​ຄຸ​ນຄ່າ​ເຫຼືອຫຼາຍ.

ຈາກ​ການນຳ​ໃຊ້ດິນ​ດາກ​ແດງຂອງ​ເມືອງ​ເຢິນຊິວ, ທ່ານວາງ​ລີ້​ຊ່ານ​ພ້ອມນາຍຊ່າງ​ອາວຸ​ໂສ​ໄດ້ຜະລິດ "ດິນ​ຈີ່​ສີ​ຂີ້​ເຖົ່າ" ທີ່​ຄ້າຍ​ກັບ​ດິນ​ຈີ່​​​ເດີມ​ຂອງ​ວັງ​ບູຮານ​ທີ່​ສຸດ.ດ້ວຍ​ຄວາມ​ສຸດ​ຍອດ​ຂອງ​ສີມື​ການ​ຜະລິດ,ທ່ານ​ວາງ​ລີ້​ຊ່ານ​ໄດ້​ ຜະລິດ​​ແລະ​ສະໜອງດິນ​ຈີ່​ໃຫ້​ວັງ​ບູຮານ​​ເປັນ​ເວລາ​ຫຼາຍ​ກວ່າ 30 ປີ​ເກືອບ​ 1 ລ້ານ​ກ້ອນ. ຈາກ​ນີ້,ໂຮງງານ​ຜະລິດ​ດິນ​ຈີ່​ສະ​ເພາະ​ສິ່ງ​ກໍ່ສ້າງ​ບູຮານ​ເມືອງ​ນ້ອຍ​ສູ່​ອ້າ​ນກໍ​​ໄດ້​ຊື່​ຫຼິ້ນ​ວ່າ "​ໂຮງງານ​ຜະລິດ​ດິນ​ຈີ່​ພະ​ລາຊະວັງ​ບູຮານ".

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ