ຜູ້​ຟັງCRIຫວັງ​ວ່າ​ກອງ​ປະຊຸມ​ສຸດ​ຍອດG20ຫັງ​ໂຈ່​ວຈະ​ສ້າງ​ໂອກາດ​ໃຫ້​ໂລກ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະມີ​ສະ​ຖຽນລະ​ພາບ
2016-08-26 15:39:49  cri 


ໃນ​ໂອກາດທີ່ກອງ​ປະຊຸມ​ສຸດ​ຍອດ G20 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​ໃນ​ເດືອນ​ກັນຍາ​ໜ້າ​ນີ້, ​ເມື່ອ​ມໍ່ໆ​ນີ້, ​ສື່​ມວນ​ຊົນ​ປາ​ກິ​ສະຖານ​ໄດ້​​ໂພສບົດ​ຄວາມ​ຂອງທ່ານ​ໂມຮາ​ເມັດ ອາຣຊາດ ນັກ​ຂຽນ​ຄໍ​ລຳ​ທັງ​ເປັນຜູ້​ຟັງປາ​ກິ​ສະຖານ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRIຢູ່​ເວັບ​ໄຊ​ໂດຍບົດ​ຄວາມ​ດັ່ງກ່າວ​ໄດ້​ລະບຸ​ວ່າ: ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ G20ຈະ​ສ້າງ​ໂອກາດ​​​​ໃຫ້​ໂລກຈະ​ເລີ​ນຮຸ່ງ​ເຮືອງ​ແລະມີ​ສ​ະ​ຖຽນລະ​ພາບຫຼາຍ​ກວ່າ​ເກົ່າ.



ທ່ານ​ອາຣຊາດ​ເຫັນ​ວ່າ: ຈີນ​ເປັນ​ປະ​ເທດ​ທີ່​ສາມາດຖອດ​ຖອນ​ເອົາ​ບົດຮຽນ​ທີ່​ດີ​ຈາກ​ປະ​ເທດ​ຕ່າງໆຕະຫຼອດ​ມາ​​ໂດຍ​ສະ​ເພາະການ​ຮັບ​ເອົາ​ຂໍ້​ສະ​ເໜີ​ຈາກ​ປະ​ເທດ​ອື່ນ. ຈາກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວ​ທີ່ຈະ​ຈັດ​ຂຶ້ນນີ້​ຈະ​ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ​ຢ່າງ​ແນ່ນອນ. ກອງ​ປະຊຸມ​ສຸດ​ຍອດ G20 ​ໄດ້​ເອົາ​ໃຈ​ໃສ່​ສະພາບ​ເສດຖະກິ​ດ​ໂລກ​ຕະຫຼອດ​ມາກໍ​ຄືບັນຫາ​ຕ່າງໆ​ທີ່​ຈະ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສຸດຍອດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​​​ໃນ​ໄວໆ​ນີ້​ເຊັ່ນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,ການ​ຄ້າ​ຫຼາຍ​ຝ່າຍ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ການ​ປະຕິ​ຮູບ​ລ້ວນ​ແຕ່​ມີ​ຄວາມ​ສຳຄັນ​ຫຼາຍ. ນອກຈາກ​ເສດຖະກິດ​ແລ້ວກໍຄາດ​ວ່າ, ກອງ​ປະຊຸມ​ສຸດ​ຍອດຍັງ​ຈະ​ມີ​ບົດບາດ​ທີ່​ດີ​ໃນ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕາ​ເວັນ​ຕົກ.

ທ່ານ​ອາຣຊາດ​​ໃຫ້​ທັດສະນະ​ວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ຂອງ​ຈີນ, ປາກິສະຖານ​ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​G20ຫັງ​ໂຈ່​ວທີ່ຈະ​ຈັດ​ຂຶ້ນ​ປະສົບ​ຜົນສຳ​ເລັດ​ ​ແລະ​ສ້າງ​ໂອກາດ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ສັນຕິພາບ,ສະຖຽນລະ​ພາບ​ຂອງ​ໂລກ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຄົນລຸນຫຼັງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ