ຈີນ​ຈະ​ເຂົ້າ​ສູ່​ໄລຍະ "ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ"ທີ່​ມີຫຼາຍ​ກິດຈະກໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ G20
2016-08-26 16:28:11  cri 
​ໃນ​​ໂອກາດ​ຮ່ວມຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ສິງຫາ​ນີ້​ກັບ​ທ່ານ​ບູຊາ​ຕີ ລັດຖະມົນຕີ​ການ​ຕ່າງປະ​ເທດສ.ອານ​ບາ​ນີ​ທີ່ເດີນທາງ​ຢ້ຽມຢາມ​ຈີນນັ້ນ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ວ່າ: ​ເລີ່​ມ​ແຕ່​ເດືອນ​ກັນຍາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຈີນ​ຈ​ະ​ເຂົ້າ​ສູ່​ໄລຍະ "ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ"ທີ່​ມີ​ຫຼາຍກິດຈະກຳ​ ​. ຂະນະ​ທີ່​ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ​ພ້ອມ​ທັງ​ເຂົ້າ​ຮ່ວມ​ກິດຈະກຳ​ຫຼາຍ​ຝ່າຍທີ່​ສຳຄັນ​ທັງ​ໃນລະດັບ​ພາກ​ພື້ນ​ແລະ​ສາກົນຫຼາຍ​ຄັ້ງ. ​ແນວ​ໃດ​ກໍ​ດີ, ຈີນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ແລະ​ສ້າງສັນ​ໃນ​ກົນ​ໄກ​ຮ່ວມ​ມື​ເຫຼົ່າ​ນີ້​ຕື່ມ​ອີກ ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຕື່ມ​ອີກ​ແລະ​ປັບປຸງ​ຂະ​ບວນການ​ຄຸ້ມ​ຄອງ​ທົ່ວ​ໂລກ​ໃຫ້​ຂະຫຍາຍຕົວດີ​ຂຶ້ນ​ ​.

ທ່ານ​ຫວາງ​ຢີ້ຢືນຢັນ​ວ່າ: ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ປີ​ນີ້​ຢູ່ເມືອງ​ຫັງ​ໂຈ່​ວ​ເປັນ​ກິດຈະກຳ​ການ​ຕ່າງປະ​ເທດສຳ ຄັນ​ທີ່​ສຸດ ທັງ​ເປັນ​ເວທີ​ຄຸ້ມ​ຄອງ​ທົ່ວ​ໂລກ​ທີ່​ສຳຄັນ​ທີ່​ສຸດ​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກທັງ​ເຊື່ອ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນ​ຢູ່​ຈີນຄັ້ງ​ນີ້​ຈະ​ເປັນ​ທີ່​​ພໍ​ໃຈ​ຂອງບັນດາ​ຝ່າຍຢ່າງ​ແນ່​ນອນ​ເນື່ອງ​ຈາກ​ໄດ້​ຈັດ​ໃຫ້​ມີ​ເອກະລັກ​ພິ​ເສດ,ດີ​ເດັ່ນ​ແລະ​ມີ​ປະສິດທິ​ຜົນ​ຕົວ​ຈິງທັງ​ປະກອບ ສ່ວນ​ສຳຄັນ​​ໃໝ່​ເພື່ອ​ຊຸກຍູ້​ເສດຖະກິດ​ໂລກ​ຂະຫຍາຍຕົວ​ແລະ​ປັບປຸງ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ