ສິງກະ​ໂປທົດ​ລອງລົດ​ຕັກ​ຊີ​ບໍ່​ມີ​ຄົນ​ຂັບ​ຄັນ​ທຳ​ອິດ​ໃນ​ໂລກ
2016-08-26 16:54:51  cri 

ວັນ​ທີ 25 ສິງຫາ​ 2016 ນີ້, ສິງກະ​ໂປ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ລົດ​ຕັກ​ຊີ​ບໍ່​ມີຄົນ​ຂັບ​ຢ່າງ​ເປີດ​ເຜີຍ ​ເຊິ່ງ​ເປັນ​ເທື່ອ​ທຳ​ອິດ​ໃນ​ທົ່ວ​ໂລກ. ລົດ​ຕັກ​ຊີ​ກົນ​ຈັກ​ຫຼື robo-taxi ​ເປັນ​ຜະລິດ​ຕະພັນ​ທີ່​ພັດທະນາ​ໂດຍ​ບໍລິສັດ​ຊອບ​ແວ​ຄົມມະນາຄົມ​ທີ່​​ຊື່ວ່າ nu Tonomy ຂອງ​ລັດ​ມາ​ຊາ​ຊູເຊັດ ສະຫະລັດ​ອາ​ເມ​ລິ​ກາ​ແລະ​ໄດ້​ນຳ​ໄປ​ໃຊ້​ຢູ່ທາງ​​ໃນ​ຮູບ​ແບບ​ຂັບ​ໂດຍ​ອັດຕະ​ໂນ​ມັດ​ຢູ່​ເຂດ​ການ​ຄ້າ​ສິງກະ​ໂປ ​ເຊິ່ງລົດ​ດັ່ງກ່າວ​ແມ່ນ​ບໍລິ​ສັດ Renault ​ແລະ​ບໍລິສັດ Mitsubishi​ເປັນ​ຜູ້​ປະກອບ​​​ສະ​ເພາະ. ຊາວ​ເມືອງ​ສິ​ງກະ​ໂປ​ທີ່​ມີ​ໂຊກ​ຈຳນວນ​ໜຶ່ງ​ສາມາດນຳ​ໃຊ້ APPຂອງ nu Tonomy ​ໃນມືຖື​​ເອີ້ນ "​ລົດ​ຕັກ​ຊີ​ກົນ​ຈັກ"ທັງ​ຂີ່​ລົດ​ຕັກ​ຊີ​ດັ່ງກ່າວ​ໂດຍ​ບໍ່​ເສຍ​ຄ່າ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ