ກອງ​ປະຊຸມG20ປີ​ນີ້​ໄດ້ຈັດ​ເອົາ​ບັນຫາ​ການພັດທະນາ​ຢູ່​ໃນ​ຖານະ​ອັນ​ພົ້ນ​ເດັ່ນ​ເປັນ​ຄັ້ງ​ທຳ​ອິດ
2016-08-27 16:58:47  cri 
ວັນ​ທີ26ສິງຫາ​ນີ້,​​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,​ທ່ານ​ລູ້​ຄ່າງ,​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ພາຍ​ໃຕ້​ການ​ຊຸກຍູ້​ຂອງຝ່າຍ​ຈີນ,​ກອງ​ປະຊຸມG20ປີ​ນີ້ ​ໄດ້​ຈັດ​ເອົາ​ບັນຫາ​ການພັທະນາ​ໄວ້ຢູ່​ຖານະ​ອັນ​ພົ້ນ​ເດັ່ນ​ໃນ​ຂອບ​ນ​ະ​ໂຍບາຍ​ມະຫາ​ພາກ​ຂອງ​ໂລກ​​​ເປັນ​ຄັ້ງ​ທຳ​ອິດ; ​​ໄດ້​ກຳນົດ​ແຜນການ​ດຳ​ເນີນ​ງານ​ຢ່າງ​ເປັນ​ລະບົບ​​ໂດຍ​ປິ່ນ​ອ້ອມ​ການຈັດ​ຕັ້ງ​ປະຕິບັດ​ວາລະ​ພັດທະນາ​ແບບ​ຍືນ​ຍົງ​ປີ2030​ເປັນ​ຄັ້ງ​ທຳ​ອິດ. ຫົວ​ຂໍ້"​ພັດທະນາ​ແບບ​ລວບ​ລວມ​ແລະ​ເຊື່ອມ​ໂຍງ​ກັນ"ຈະຜະ​ເຊີນ​ໜ້າໂດຍ​ກົງ​ສູ່​ບັນ​ຫາ​ການ​ພັດທະນາ​ແບບຍືນ​ຍົງ​, ຊຸກຍູ້​ອົງ​ກອນ​ເສດຖະກິດ​ຕ່າງໆ​ກ້າວໜ້າ​ພ້ອມ​ກັນ, ຂະ​​ແໜງ​ການ​ຕ່າງໆ​ຮ່ວມ​ກັນ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊັ້ນ​ຄົນ​ຕ່າງໆ​ຊົມ​ໃຊ້​ໝາກຜົນ​ແຫ່ງ​ການ​ພັດທະນາ​ພ້ອມ​ກັນ,​​ເຊິ່ງຍ່ອມ​ຈະ​ກາຍ​ເປັນ​ຈຸດ​ເດັ່ນ​​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ອີກ​ວ່າ,​​ໂດຍ​ຮູບ​ປະ​ທຳ​ແລ້ວ, ຝ່າຍ​ຈີນ​ຈະ​ຊຸກຍູ້​ໃຫ້ຈັດ​ວາງ​ແລະ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ວາລະການ​ພັດທະນາ​ແບ​ບຍືນ​ຍົງ​ປີ2030, ນຳ​ໃຊ້​ການ​ເຄື່ອນ​ໄຫວ​ລວມໝູ່​ແລະ​ບັນດາ​ປະ​ເທດ​ຕ່າງຫາກ, ​ໃນ​ຂະນະ​ດຽວ​ກັນ​ທີ່​ຕັ້ງ​ໜ້າຊຸ​ກຍູ້​ວຽກ​ງານ​ຢູ່​ປະ​ເທດ​ຕົນ​ນັ້ນ,​ທັງ​ໃຫ້ການ​ສະໜັບສະໜູນ​​ແກ່​ປະ​ເທດ​ພວມ​ພັດທະນາ​ອື່ນໆ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຫຼັກ​ຂອງ​ສະຫະ​ປະຊາ​ຊາດ. ຈີນ​ຈະ​ວາງ​ຂໍ້​ລິ​ເລີ່​ມ ການ​ຮ່ວມ​ມື​ເພື່ອ​ສະໜັບສະໜູນ​ອາ​ຟຼິກາ​ແລະ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ສຸດ​​ໃຫ້​ຫັນ​ເປັນ​ອຸດສາຫະກຳ, ຊ່ວຍ​ເຫຼືອ​ປະ​ເທດ​ເຫຼົ່າ​ນີ້​ເລັ່ງລັດ​ພັດທະນາ​ອຸດສາຫະກຳ, ບັນລຸ​ເປົ້າ​ໝາຍ​ດ້ານ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ພັດ​ທະນາ​ແບບ​ຍືນ​ຍົງ. ຈີນ​ຍັງ​ຈະ​ປຶກສາ​ຫາລື​ບັນຫາ​ກະສິກຳ, ການປະກອບ​ອາຊີບ​ແລະ​ການ​ຄ້າ​ແບບ​ລວບ​ລວມຢ່າງ​ກວ້າງຂວາງ, ​ເອົາ​ໃຈ​ໃສ່​ບັນຫາ​ແມ່ຍິງ,​ຊາວ​ໜຸ່ມ​ແລະ​ກະສິກຳ​ຂະໜາດ​ນ້ອຍ, ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ດ້ານ​ກະສິກຳ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ຄົ້ນຄວ້າ​ການ​ພົວພັນ​ລະຫວ່າງ​ການ​ປັບປຸງ​ນະ​ໂຍບາຍ​ມະຫາ​ພາກ​ກັບ​ການ​ເປີດ​ກວ້າງ​ການ​ປະກອບ​ອາຊີບ, ສົ່ງ​ເສີມ​ໃຫ້​ສ້າງ​​ໂອກາດ​ປະ​ກອບ​ອາຊີບ​ດ້ວຍ​ການ​ສ້າງ​ທຸລະ​ກິດ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ