ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ, ຄວາມ​ພະຍາຍາມ​ອັນ​ຕັ້ງໜ້າຂອງ​ຈີນ​ຈະ​ຍົກ​ສູງ​ລັກສະນະ​​ເປີດ​ກວ້າງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G20 ຂຶ້ນ​ສູ່ລະດັບ​ໃໝ່
2016-08-28 15:15:43  cri 

ວັນ​ທີ 26 ສິງຫາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດທີ່ນິວຢອກ, ທ່ານບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຍົກຍ້ອງ​ຄວາມສາ​ມາດ​ການນຳພາ​ທີ່​ດີ​ເດັ່ນຂອງ​ຈີນ​ໃນ​ການກະກຽມ​​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ສຸດ​ຍອດ G20 ຢູ່ຫັງ​ໂຈ່​ວ, ​ໂດຍ​​ເຫັນ​ວ່າຄວາມ​ພະຍາຍາມ​ຂອງ​ຈີນ​​​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໄດ້ນ " ​ຍົກ​ສູງ​ລັກ​ສະ​ນະ​ເປີດ​ກວ້າງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G20 ຂຶ້ນ​ສູ່​ລະດັບ​ໃໝ່ ".

ກອງ​ປະຊຸມ​ສຸດ​ຍອດ G20 ຄັ້ງ​ທີ 11 ຈະ​ຈັດ​ຂຶ້ນ​ຢູ່​​ເມືອງ​ຫັງໂຈ່​ວ ​ແຂວງ​ເຈີ້​ຈ່ຽງຂອງ​ຈີນ​ແຕ່​ວັນ​ທີ 4 ຫາ​ວັນ​ທີ 5 ກັນຍາ​ທີ່​ຈະ​ມາ​ເຖິງ, ທ່ານ​ບັນ​ກີ​ມູນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ໃນ​ວັນ​ທີ 26 ສິງຫານີ້, ທ່ານກ່າວ​ວ່າ, ທ່ານ​ຮູ້​ສຶກດີ​ໃຈ​ທີ່​ຈະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ, ນີ້​ແມ່ນ​ທ່ານ​ຢ້ຽມຢາມ​ຈີນ​ເປັນ​ເທື່ອ​ທີ 2 ​ໃນ​ປີ​ນີ້, ທັງ​ເປັນ​ການຢ້ຽມຢາມ​ຈີນ​ເທື່ອ​ທີ 11 ​ໃນ​ຖານະ​ເປັນ​​​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ.

ວັນ​ທີ 31 ທັນວາ​ປີ​ນີ້, ອາຍຸ​ການ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຂອງ​ທ່ານ​ຈະ​ສິ້ນ​ສຸດ​ລົງ. ກອງ​ປະ​ຊຸດ​ສຸດ​ຍອດຫັງ​ໂຈ່​ວຈະ​ເປັນ​ເທື່ອ​ສຸດ​ທ້າຍ​ທີ່ທ່ານ​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ G20 ​ໃນ​ຖານ​ະເ​ປັນ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ. ທ່ານ​ກ່າວ​ວ່າ, ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ພະຍາຍາມ​ເພື່ອ​ຮັບ​ມືກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດທົ່ວ​ໂລກແລະບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍຶນຍົງ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ