ອົງການ​ປົກຄອງ​ຮົງ​ກົງ​​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກ​ກິລາ​ດີ​​ເດັ່ນ​ທີ່​​ໄດ້​​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ແລມປິກຣີ​ໂອຂອງ​ແຜ່ນດິນ​ໃຫຍ່​ຈີນຢ້ຽມຢາມ​ຮົງ​ກົງ
2016-08-28 16:53:36  cri 

ຕອນ​ບ່າຍ​ວັນ​ທີ 27 ສິງຫາ​ນີ້, ຄະນະ​ຜູ້​​ແທນ​ນັກ​ກິລາ​ດີ​ເດັ່ນຂອງ​​​ແຜ່ນດິນ​ໃຫຍ່​ຈີນທີ່​ໄດ້​​ເຂົ້າຮ່ວມ​ງານ​ກິລາ​ໂອ​ແລມປິກຣີ​ໂອ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽນ​​ທີ່​ຈັດ​ໂດຍ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງຈີນ, ​ທັງ​ໄດ້​ພົບ​ປະ​ກັບບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ.

ທ່ານ​ລຽງ​ເຈິ້ນ​ຢິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ທ່ານ​ລິນ​ເຈິ້ງ​ຢົ້ວ​ເອີ ຫົວໜ້າ​ກົມ​ວຽກ​ງານກາ​ນ​ເມືອງຮົງ​ກົງ, ທ່ານ​ລິວ​​ເພິ​ງ ຫົວໜ້າ​ກົມ​​ໃຫຍ່ກິລາ​ແຫ່ງ​ຊາດຈີນ, ທ່ານ​ຮົ້ວ​ເຈິ້ນ​ທິງ ປະທານ​ສະມາຄົມ​ກິລາຮົງ​ກົງ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ໂອ​ແລມປິກ​ຮົງ​ກົງຮ່ວມ​ກັບ​ນັກ​ກິລາ​ດີ​ເດັ່ນ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງດັ່ງກ່າວ.

​​ໂອກາດ​ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ, ທ່ານ​ລຽງ​ເຈິ້ນ​ຢິ່ງກ່າວ​ວ່າ, ງານ​ລ້ຽງ​ຕ້ອນຮັບ​ທີ່​ຈັດ​ຂຶ້ນ​ມື້​ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ຍິນ​ດີ​ຕ້ອນຮັບ​ແລະ​ເອົາ​ໃຈ​ໃສ່​ຕໍ່​ຄະນະ​ຜູ້​ແທນ​ນັກ​ກິລາ​ດີ​ເດັ່ນ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ແລມປິກຣີ​ໂອ​​ເດີນທາງ​ມາຢ້ຽມຢາມ​ຮົງ​ກົງ, ທັງສະ​ແດງ​​ຄວາມ​ຂອບ​ໃຈ​ຂອງ​ພວກຂ້າພະ​​ເຈົ້າຕໍ່​ຄະນະ​ຜູ້​​ແທນ​ທີ່​ມາຢ້ຽມຢາມ. ​ໃນ​​ໄ​ລຍະ​ງານ​ກິລາ​ໂອ​ແລມປິກຣີ​ໂອ, ​ຊາວ​ເມືອງ​ຮົງ​ກົງ​ທີ່​ມີ​ສາຍ​ເລືອດ​ດຽວ​ກັນ​ກັບ​ນັກ​ກິລາ​ຈີນ, ນັ້ນ​ໄດ້​ສົ່ງ​ກຳລັງ​ແຮງ​ໃຈ​ແລະ​ຮ້ອງ​ໂຮ​ຊົມ​ເຊີຍ​ໃຫ້​ນັກ​ກິລາ​ຈີນ. ນັກ​ກິລາທິມ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ໃນ​ຫຼາຍ​ລາຍ​ການຂອງ​ງານ​ກິລາ​ໂອ​ແລມປິກຣີ​ໂອ.

ທ່ານ​ລຽງ​ເຈິ້ນ​ຢິ່ງກ່າວ​ວ່າ, ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈະ​ ​ຍົກ​ລະດັບສິ່ງ​ກໍ່ສ້າງ​ແລະອຸ​ປະກອບ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ວົງ​ການ​ກິລາ, ​ໂຮງຮຽນ​ກັບ​ທົ່ວ​ສັງຄົມ​ເພື່ອ​ເຜີຍ​ແຜ່​ກິລາ​ໃນ​ທົ່ວ​ຮົງ​ກົງ, ລຳ​ລຸງ​ກໍ່ສ້າງ​ນັກ​ກິລາ​ດີ​ເດັ່ນ​ແລະ​ຈັດ​ງານ​ມະຫະກຳ​ກິລາ​ຢ່າງ​ຍິ່ງ​ໃຫຍ່. ທ່ານ​ລຽງ​ເຈິ້ນ​ຢິ່ງຫວັງ​ໃຫ້​ວົງ​ການ​ກິລາ​ຮົງ​ກົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ວົງ​ການ​ກິລາ​ແຜ່ນດິນ​ໃຫຍ່, ​ເຮັດ​ໃຫ້​ນັກ​ກິລາ​ສອງ​ແຫ່ງ​ຮໍ່າຮຽນ​ເຊິ່ງກັນ​ແລະ​ກັນ​ແລະ​ຖອດ​ຖອນ​ບົດຮຽນ.

ການສະ​ແດງ​ສາທິດ​ທີ່​ໜ້າ​ປະ​ທັບ​ໃຈ​ພາຍ​ໃຕ້​ຫົວ​ຂໍ້ "ນັກ​ກິລາ​ດີ​ເ​ດັ່ນຂອງງານ​ ​ໂອ​ແລ​ມປິກຣີ​ໂອ​ສະ​ແດງ​ຄວາມ​ສາມາດ" ​ແລະ "ນັກ​ກິລາ​ດີ​ເ​ດັ່ນງານ​ໂອ​ແລ​ມປິກຣີ​ໂອນັດ​ກັບ​ທ່ານ" ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ສິງຫາ​ນີ້, ຊາວ​ເມືອງ​ຮົງ​ກົງ​ໄດ້​ຊື່ນຊົມ​ຄວາມ​ຍອດ​ຢ້ຽມ​ດ້ານ​ກິລາຂອງ​ນັກ​ກິລາ​ດີ​ເດັ່ນດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ