ໄທ​​ເຊີນ​ແມ່ຍິງ​ຈີນ​​ເຂົ້າ​ຮ່ວມ​ກິດຈະກຳແຂ່ງຂັນສີມື​ຄົວກິນ
2016-08-29 11:47:13  cri 
​ໂອກາດ​ສະຫຼອງ​ວັນພະ​ຊົນ​ພັນ​ສາ​ຂອງພະ​ລາ​ຊີ​ນີ​ໄທ​ຄົບ​ຮອບ 84 ພັນ​ສາ​ແລະ​ເພື່ອດຶງ​ດູດ​ແມ່ຍິງ​ຈີນ​ໄປ​ທ່ຽວ​ໄທ​ໃຫ້​ຫຼາຍ​ກວ່າ​ເກົ່າ, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຈະ​ກຳນົດ​ເອົາ​​​ເດືອນ​ສິງຫາ​ປີ 2016 ​ເປັນ "​ເດືອ​ນ​ວັນ​ແມ່", ວັນ​ທີ 28 ສິງຫາ​ນີ້, ກິດຈະກຳ​ການ​ແຂ່ງ​ຂັນສີມື​ຄົວກິນ "​ແມ່ຄົວ​ສາວ​ງາມ" ທີ່​ສຳນັກງານ​ກົມ​ທ່ອງ​ທ່ອງ​ແຫ່ງ​ຊາດ​ໄທ​ປະຈຳ​ເມືອງ​ຄຸນ​ໝິງຂອງ​ຈີນ​​ເປັນ​ຜູ້ຈັດ​ຕັ້ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ.

ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກ່າວ​ໃນ​ພິທີ​ຕ້ອນຮັບ​ວ່າ: ອາຫານ​ໄທ​​ມີ​ຊື່​ສຽງ​​ໂດ່​ງດັງ​ໃນ​ໂລກ ​ແລະຈຸດປະສົງ​ຂອງ​ກິດຈະກຳນີ້​ກໍ​ເພື່ອເຜີຍ​ແຜ່​ການ​ແຕ່ງອາຫານ​ໄທ​ພື້ນ​ເມືອງ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ສາມາດ​ຊອກ​ຮູ້​ອາ​ຫານ​ແລະ​ວັດ​ທະນະ​ທຳ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໄທ​ຕື່ມ​ອີກ ໂດຍມີຜູ້ຕາງໜ້າ​ແມ່ຍິງ​ຈາກ​ວົງ​ການ​ເຄື່ອງ​ນຸ່ງ​ທັນ​ສະ​ໄໝ​ແລະ​ວົງ​ການ​ສື່​ມວນ​ຊົນ​ຂອງ​ຈີນເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ