ນາຍົກລັດຖະມົນຕີລາວລົງກວດກາຄວາມພ້ອມດ້ານຕ່າງໆໃນການ
ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ
2016-08-29 15:37:07  cri 
ໃນວັນທີ 27 ສິງຫາ ນີ້. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງກວດກາ ຄວາມ
ພ້ອມດ້ານຕ່າງໆ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຫໍປະຊຸມແຫ່ງຊາດ.

 ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ທັງເປັນຫົວໜ້າອະນຸ ກໍາມະການພິທີການ ແລະ
ສະຖານທີ່ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນການກະກຽມເປັນເຈົ້າພາບກອງ ປະຊຸມສຸດຍອດອາຊຽນໂດຍສະເພາະສະຖານທີ່ຫ້ອງປະຊຸມ,
ສະຖານທີ່ພັກເຊົາ ໄດ້ມີຄວາມພ້ອມ ເຖິງ 90% ສ່ວນທີ່ເຫລືອກໍ​ຄື​ການປະດັບປະດາ ແລະ ຄວາມເປັນລະບຽບຮຽບຮ້ອຍ. ນອກນີ້ຢູ່
ເຮືອນພັກວິນລາອາເຊັມ ເຊິ່ງຈະມີປະມຸກລັດ 4 ປະເທດ ແລະ ຫົວ ໜ້າຄະນະລັດຖະບານຈໍານວນໜຶ່ງເຂົ້າພັກເຊົານັ້ນ ມາຮອດປັດ
ຈຸບັນ ໄດ້ກະກຽມສໍາເລັດແລ້ວ 90%, ສ່ວນໂຮງແຮມແລນມາກ ກໍມີຄວາມພ້ອມເກືອບ 100% ​ເຊິ່ງກໍເຫລືອແຕ່ປັບປຸງຫ້ອງບາງ
ສ່ວນ, ການອະນາໄມ ແລະ ປະດັບປະດາຈໍານວນໜຶ່ງ​ໂດຍ ຄາດວ່າຈະໃຫ້ສໍາເລັດໃນວັນທີ 30 ສິງຫາ ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ