ຜ່າຕັດ​ຫົວ​ໃຈງູ​ເຫຼືອມ
2016-08-29 16:58:13  cri 

  ວັນ​ທີ 25 ສິງຫາ​ນີ້​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ, ທ່ານໝໍ​ໄດ້​ຜ່າຕັດ​ຫົວ​ໃຈງູ​ເຫຼືອມ​ທີ່​ຊື່ວ່າ​ແກ້ວ​ແລະງູ​ເຫຼືອມ​ໂຕ​ນີ້ມີ​ນ້ຳໜັກ​ເຖິງ 52 ກິ​​ໂລ​​​ເຊິ່ງກໍ​ສາມາດຕັດ​​ຊີ້ນ​ປົ່ງໃກ້​ຫົວ​ໃຈ​ທີ່ໜັກ​ເຖິງ​ 1 ກິ​ໂລ. ຂະນະ​ທີ່​ຕົ້ນ​ເດືອນ​ນີ້, ​ພາ​ຍຫຼັງຜູ້​ເປັນເຈົ້າ​ຂອງໄດ້​ເຫັນ​ແກ້ວອິດ​ເໝື່ອຍ​ແລະ​ບໍ່​ຢາກກິນ​ອາຫານ​ກໍ​ໄດ້​ສົ່ງ​ໄປ​ກວດ​ດ້ວຍແສງ​ລັງສີຈຶ່ງກວດ​ພົບຊີ້ນ​ປົ່ງ​ກ້ອນ​ນີ້. ​ແນວ​ໃດ​ກໍ​ດີ, ທ່ານ​ໝໍ​ໄດ້​ຕັດຊີ້ນ​ປົ່ງ​ກ້ອນ​ນີ້ສຳ​ເລັດຫຼັງ​ໃຊ້ເວລາ 7 ຊົ່ວ​ໂມງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ