ກວດ​ຍຶດລູກ​ແຂ້​ພັນ​ໄທ​ເກືອບ​ພັນ​ໂຕ​ຢູ່​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມ
2016-08-30 16:39:44  cri 

ວັນ​ທີ 29 ສິງຫາ​ນີ້, ໜ່ວຍຕຳຫຼວດປະກອບ​ອາວຸດ​ປ້ອງ​ກັນຊາ​ຍ​ແດນ​ເມືອງ​ຟາງ​ເສິງ​ກາງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ເປີດ​ເຜີຍ​ວ່າ: ​ໃນຂະນະ​ປະຕິບັດ​ໜ້າ​ທີ່​ລາດ​ຕະ​ເວນ​ຕາມ​ປົກກະຕິ​ຢູ່​ເຂດ​ຊາຍ​ແດນ, ຕຳຫຼວດ​ປະກອບ​ອາວຸດ​ຂອງ​ຕົນ​ໄດ້​ກວດ​ຍຶດລູກ​ແຂ້​ພັນ​​ໄທທີ່​ເປັນ​ສັດອະນຸລັກ​ລະດັບ​ຊາດປະ​ເພດໜຶ່ງ​ເຖິງ 940 ​ໂຕ ຢູ່​ທ່າ​ເຮືອ​ແຫ່ງ​ໜຶ່ງ​ຕາມ​ຊາຍ​ແດນ​ລະຫວ່າງ​ຈີນ-ຫວຽດນາມ​ເຊິ່ງ​ລູກ​ແຂ້​ແຕ່ລະ​ໂຕ​ຍາວ​ປະມານ 25 ຊັງ​ຕີ​ແມັດ​ແລະ​ມີ​ອາຍຸປະມານ 15 ວັນ​ເທົ່າ​ນັ້ນ. ປັດຈຸບັນ, ຄະດີ​ດັ່ງກ່າວ​ໄດ້​ມອບ​ໃຫ້​​ເຈົ້າ​ໜ້າ​ທີ່ປ່າ​ໄມ້​ຂອງ​ທ້ອງ​ຖິ່ນ​ດຳ​ເນີນ​ການ​ແກ້​ໄຂ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ