ທ່ານ​ບັນ​ກີ​ມູນ​ຮຽ​ກຮ້ອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້​ຈົ່ງ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ການ​ເຈລະ​ຈາ​ໂດຍ​ສັນຕິ
2016-08-30 16:50:37  cri 
ໂອກາດ​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ບໍລິຫານ​ສິງກະ​ໂປ​ໃນວັນ​ທີ 29 ສິງຫາ​ນີ້, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຢືນຢັນ​ດ້ວຍ​ຄວາມຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ທະ​ເລ​ຈີນ​ໃຕ້​ຈົ່ງ​ປະຕິບັດ​ຕາມ​ຫຼັກການ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ​ລະຫວ່າງ​ຊາດ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ການ​ເຈລະຈາ​ໂດຍ​ສັນຕິ.

​ເມື່ອ​ກ່າວ​ເຖິງ​ບັນຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ, ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ: ສະຖານະ​ການ​ທີ່ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້​ຍັງໜ້າ​​ກັງວົນ​ທີ່​ສຸດ​ຄື​ເກົ່າ, ການ​ທ້າ​ທາຍ​ເກາະ​ຜິດ​ແລະ​ຄວາມ​ເຂົ້າ​ໃຈ​ຜິດ​ອາດ​ຈະ​ຮຸນ​ແຮງ​ຂຶ້ນ​ທັງ​ຈະ​ເຮັດ​ໃຫ້​ຄວາມ​ກົມກຽວປອງ​ດອງ​ກັນທີ່​ທົ່ວ​ພາກ​ພື້ນ​ສະ​ແຫວ​ງຫາ​ເປັນ​ໄລຍະ​ຍາວ​ນານ​ມາ​ນັ້ນ​ຕົກ​ຢູ່​ໃນ​ຄວາມ​ອັນຕະລາຍ.

ທ່ານ​ບັນ​ກີ​ມູນ​ເຊື່ອ​ໝັ້ນ​ວ່າ: ອາ​ຊຽນຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ເຊື່ອມ​​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ທັງ​ມີ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ. ຫວັງ​ວ່າ​ພາກ​ພື້ນ​ນີ້​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕໍ່​ຄວາມ​ຮັບ​ຮູ້​ປະຫວັດສາດທີ່​ມີ​ຄວາມ​ຂັດ​ແຍ້​ງຢ່າງ​ຍາວ​ນານ, ຂໍ້ຂັດ​ແຍ້​ງດ້ານ​​ເສັ້ນ​ຊາຍ​ແດນ​ແລະ​ການ​ປະ​ທະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ