ອາ​ເມ​ລິ​ກາ​ກ່າວ​ວ່າ: ການ​ພົບ​ປະລະ​ຫວ່າງ​ທ່ານ​ ສີ​ຈິ້ນ​ຜິ​ງ ກັບ ທ່ານ ບາຣັກ ​ໂອບ​າມາ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ພ້ອມ​ທັງ​ແກ້​ໄຂ​ບັນຫາຄວາມ​ເຫັນ​ຕ່າງ​ກັນ
2016-08-30 16:11:08  cri 
ວັນ​ທີ 29 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ, ທ່ານ ​ເບັນ ​ໂຣ​ເດີ​ສ໌ ຮອງ​ຜູ້​ຊ່ວຍ​ວຽກ​ງານ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ກ່ຽວ​ກັບທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ຈະ​ໄປ​ຢ້ຽມຢາມ​ອາຊີ​ວ່າ: ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກັບ​ທ່ານ​ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຮອບ​ໃໝ່​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງຈີນ​ໃນ​ຫຼາຍ​ຫົວ​ຂໍ້ທີ່​ກວ້າງຂວາງນັ້ນ ຈະ​ຊ່ວຍ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າ​ງສອງ​ປະ​ເທດພ້ອມ​ທັງ​​ແກ້​ໄຂຄວາມ​ເຫັນ​ຕ່າງກັນ​ໃນ​ບາງ​ຂົງ​ເຂດ.

ທ່ານ ​ເບັນ ​ໂຣ​ເດີ​ສ໌ ກ່າວ​ວ່າ: ຜູ້ນຳ​ຂອງ​ສອງ​ປະ​ເທດ​ຈະ​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​​ການ​ຮ່ວມ​ມື​ທີ່ສອງ​ຝ່າຍ​ບັນລຸ​ຫຼາຍ​ດ້ານ​ເຊັ່ນ: ​ເສດຖະກິດ​ໂລກ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ອາວຸດ​ນິວ​ເຄລຍຕາມ​ສັນຍາ​ວ່າ​ດ້ວຍການ​ຕ້ານ​ອາວຸດ​ນິວ​ເຄລຍຂອງ​ອີຣານ, ບັນຫາ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ ​ແລະ​ຫົວ​ຂໍ້​ປະຊຸມ​ອື່ນໆ, ນອກ​ນີ້ຍັງ​ຈະ​ຫາລື​ບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ແລະ​ອື່ນໆ. ຂະນະ​ດຽວ​ກັນ, ທ່ານ ບາຣັກ ​ໂອ​ບາ​ມາ ​ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຄ່ຳ​ທີ່​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ.

ທ່ານ ​ເບຣັນ ດິຊີ ທີ່​ປຶກສາ​ຂັ້ນ​ສູງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ການ​ພົບ​ປະລະ​ຫວ່າ​າງທ່ານ ສີ​ຈິ້ນ​ຜິ​ງ ກັບ ທ່ານ ບາ​ຣັກ ​ໂອ​ບາ​ມາ​ຢູ່​ເມືອງ​ຫັງ​ໂຈ່​ວຈະ​​ເນັ້ນ​ການ​ທີ່​ອາ​ເມ​ລິ​ກາ​ແລະ​ຈີນ​ຊ່ວຍ​ຊຸກຍູ້​ໃຫ້​ສັນຍາ​ປາຣີ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ໂດຍ​ໄວ. ​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ພະລັງ​ຊຸກຍູ້​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂລກ ​ແລະ​ກໍຫວັງ​ວ່າການ​ພົບ​ປະ​ຄັ້ງ​ນີ້​ສາມາດ​ສືບ​ຕໍ່​ກ້າວ​ເຖິງ​ຂັ້ນ​ມີຄວາມ​ຮັບ​ຮູ້​ຮ່ວມ​ກັນກ່ຽວ​ກັບ​ການ​ຮ່ວມ​ມື​​ລັກສະນະ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ