ຈີນ​​ນຳ​ສະ​ເໜີປຶ້ມ​ປົກ​ສີຟ້າເຂດ​ການ​ຄ້າ​ເສລີ​ສະບັບ​ທຳ​ອິດ
2016-08-30 16:33:03  cri 
ວັນ​ທີ 30 ສິງຫາ​ນີ້, ຈີນ​ໄດ້ນຳ​ສະ​ເໜີປຶ້ມ​ປົກ​ສີຟ້າ​ເຂດ​ການ​ຄ້າ​ເສລີ​ສະບັບ​ທຳ​ອິດ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ໂດຍ​​ເນື້ອ​ໃນ​ຕົ້ນຕໍ​​ເນັ້ນ​ໃຫ້​ເຫັນ​ໃນ​ຂະນະຜະ​ເຊີນ​ກັບ​ກົນ​ເກນ​ໃໝ່​ດ້ານ​ການ​ຄ້າ​ສາກົນ​ທີ່​ມີ​ມາດຖານ​ສູງ​ກວ່າ​, ຈີນ​ຄວນ​ເລັ່ງ​ກໍ່ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ ​ເພື່ອ​ຕ້ອນຮັບ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ລະດັບ​ສູງຮອບ​ໃໝ່.

ປຶ້ມ​ປົກ​ສີຟ້າ​​ຊີ້​ໃຫ້​​ເຫັນ​ວ່າ: ປັດຈຸບັນ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ຍັງ​ມີ​ບັນຫາ​ຈຳນວນ​ໜຶ່ງ, ຂະ​ໜາດ​ຕະຫຼາດ​ຂອງ​ເຂດ​ການ​ຄ້າ​ເສລີມີ​ໜ້ອຍ, ການ​ພົວພັນການ​ຄ້າ​ບໍ່​ແໜ້ນ​ແຟ້ນປານ​ໃດ; ການ​ບໍລິການກໍ​ມີ​ຄວາມ​ຈຳກັດ ທັງຍັງ​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຊື່ອມ​ໂຍງ​ກັບ​ມາດຖານ​ແລະ​ກົດ​ເກນ​ໃໝ່​ໃນ​ສາກົນທີ່​ມີ​ປະສິດທິ​ຜົນ.

ຜົນ​ການ​ຄົ້ນຄວ້າ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ປັດຈຸບັນ, ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໃນ​ປະ​ເທດ​ນຳ​ໃຊ້​ນະ​ໂຍບາຍ​ຂອງ​ເຂດ​ການ​ຄ້າ​ເສລີ​ບໍ່​ທັນ​ສູງ, ດ້ານ​ໜຶ່ງ​ເນື່ອງ​ຈາກ​ເນື້ອ​ໃນ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງກັບ​ເຂດ​ການ​ຄ້າ​ເສລີ​ສັບສົນ​​ເກີນ​ໄປ ​ແລະ ອີກ​ດ້ານ​ໜຶ່ງ​ກໍ​ຍ້ອນຂາດ​ຄວາມ​ຮັບ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ຕໍ່​ເຂດ​ການ​ຄ້າ​ເສລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ