ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ-​ຫວຽດນາມ​ພົບ​ປະກັນ
2016-08-30 16:31:18  cri 
    ວັນ​ທີ 30 ສິງຫາ​ນີ້ ຢູ່​ນະຄອນ​ຫຼວງປັກ​ກິ່ງ ສປ ຈີນ, ທ່ານ ຊາງ​ວ້ານຊວນ ທີ່​ປຶກສາ​ແຫ່ງ​ລັດ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.

    ​ໂອກາດ​ດັ່ງກ່າວ, ທ່ານ​ຊາງ​ວ້ານຊວນ ກ່າ​ວວ່າ, ຈີນ-​ຫວຽດນາມ​ແມ່ນ​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ​ໝູ່ຄູ່​ທີ່​ດີ​​ໂດຍ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມ ​ເພື່ອ​ຈັດຕັ້ງປະຕິບັດ​ຄວາມ​ເປັນ​ເອກະ​ພາບ​ທີ່​ສຳຄັນ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ ສີ​ຈິ້ນຜິ​ງ ​ແລະ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈອງ ຢ່າງຮອບດ້ານ, ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​ຂອງ​ສອງ​ກອງ​ທັບ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຄວາມ​ໝັ້ນຄົງຫຼາຍຝ່າຍ. ​ແນວ​ໃດ​ກໍ​ດີ, ສອງ​ຝ່າຍ​ຄວນ​ປະຕິບັດ​ຕໍ່​​ຢ່າງ​ພາວະ​ວິ​ໄສແລະ​ແກ້​ໄຂຄວາມ​ຂັດ​ແຍ້​ງກັນຢ່າງ​ເໝາະ​​ສົມ ​​ແລະ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ສັນຕິພາບ​​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕົນ.

    ທ່ານ ​ໂງ​ຊວນ​ລິກ ກ່າວ​ວ່າ, ຍິນ​ດີ​ເພີ່ມ​ທະວີຄວາມ​ສາມັກຄີ, ​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງສອງ​ກອງທັບ​ຫວຽດນາມ-​ຈີນ​ຕື່ມ​ອີກ ​ແລະ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ກາຍ​ເປັນ​ເສົ້າຄ້ຳ​ຂອງ​ສາຍ​ພົວພັນ​ສອງ​ປະ​ເທດ ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ