ໄທ​ສະ​ແດງ​​ແສງສີສະ​ຫຼອງຜົນສຳ​ເລັດການ​ກໍ່ສ້າງ​​ຕຶກ​ສູງ​ສຸດຂອງ​ປະ​ເທດຕົນ
2016-08-31 15:26:35  cri 

​ໄທ​ເປີດຕຶກ​ "ມະຫາ​ນະຄອນ" ​ເຊິ່ງ​ເປັນ​ຕຶກ​ສູງ​ສຸດທີ່​ຫາກໍ່ສ້າງ​ສຳ​ເລັດ​ນັ້ນ​ດ້ວຍ​ການສະ​ແດງ​ແສງ​ສີເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດ​ສາດ​ຂອງ​ປະ​ເທດ​ດັ່ງກ່າວ​ເພື່ອ​ສະ​ເຫຼີ​ມສະຫຼອງຜົນສຳ​ເລັດ​ຂອງ​ການກໍ່ສ້າງ​, ທ່ານກອບ​ການ ວັດທະນະ​ວະຣາງກູນ ລັດຖະມົນຕີ​ກະຊວງການ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ​ກ່າວ​ວ່າ: ຕຶກ​ໃຫຍ່​​ແລະສວຍ​ງາມ​ຫຼັງ​ນີ້​ຈະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນັກ​ທ່ອງ​ທ່ຽວພາຍ​ໃນແລະ​ຕ່າງປະ​ເທດ​ບໍ່​ຄວນ​ພາດ ​ທັງ​ສາມາດ​ເຮັດ​ໃຫ້​ຊາວ​ຕ່າງປະ​ເທດ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ທ່ອງ​ທ່ຽວ​ຂອງ​ໄທ.

ຕຶກ "ມະຫາ​ນະຄອນ"ຕັ້ງ​ຢູ່​​ເຂດການ​ຄ້າສີ​ລົມ​ໃຈກາງ​ນະຄອນຫຼວງ​ບາງກອກ, ສູງ 314 ​ແມັດ ​​ເຊິ່ງທຳລາຍ​ສະຖິຕິ​ຕຶກ​ໃບ​ຢົກ2ທີ່​ສູງ 304 ​ແມັດ ທີ່​ມີ​ອາຍຸ 18 ປີ​ແລ້ວ. ການສະ​ແດງ​ແສງ​ສີ​​ໃນ​ເວລາ 4 ​ນາທີ​​ແລະ​ທ່າມກາງ​ສາຍ​ຝົນ​ແຮງນັ້ນ​ມີຊາວ​ເມືອງ​ຈຳນວນຫຼາຍ​ໄດ້​ຢືນ​ຢູ່​ສະຖານີ​ລົດ​​ໄຟຟ້າ​ທີ່​ເຊື່ອມ​ຕໍ່​ກັບ​ຕຶກ​ໃຫຍ່​ດັ່ງກ່າວ​ໂດຍ​ເອົາ​ມື​ຖື​ຖ່າຍພາບ​ງາມ​ທີ່​ແສງ​ໄຟ​ສາດ​ສ່ອງ​ທົ່ວ​ບໍລິ​ເວນ. ຢູ່​ບໍລິ​ເວນ​ອ້ອມ​​ແອ້​ມ​ຕຶກ​ໃຫຍ່ກໍ​ມີ​ຊາວ​ເມືອງ​ຫຼາຍ​ຄົນ​ແຂ່ງ​ຝົນ​ປີນ​ຂຶ້ນຫຼັງຄາ​ຕຶກ​ທີ່​ເປີດ​ເປັນ​ພິ​ເສດ​ເພື່ອ​ຊົມແສງ​ສີທີ່​ງົດ​ງາມ​ດັ່ງກ່າວ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ