ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດຫຼາຍ​ກວ່າ 260 ລ້ານ​ຄົນ
2016-08-31 16:29:06  cri 
ບໍລິສັດgoogle ​ແລະ​ບໍລິສັດTemasek Holdings ສິງກະ​ໂປ​​ໄດ້​ຄາດ​ຄະ​ເນ​ຫຼັງ​ຮ່ວມ​ກັນ​ຄົ້ນຄວ້າເມື່ອ​ມໍ່ໆ​ນີ້ວ່າ ປັດຈຸບັນ, ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​​ຫຼາຍ​ກວ່າ 260 ລ້ານ​ຄົນ​ແລ້ວ. ຂະນະ​ທີ່ກ່ອນປີ 2025, ​ມູນ​ຄ່າຜະລິດ​ຕະພັນ​ຈາກເສດຖະກິດ​ອິນ​ເຕີ​ເນັດຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ກໍ​ຄາດ​ວ່າ​ຈະ​ເພີ່ມ​ຈາກ 31 ຕື້​ໂດ​ລາ​ສະຫະລັດ​ໃນ​ປັດຈຸບັນຂຶ້ນ​ເຖິງ 197 ຕື້​ໂດ​ລາ​ສະຫະລັດ.

ການ​ຄົ້ນຄວ້າ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ: ຮອດ​ປີ 2020, ຈຳນວນ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຢູ່​ເຂ​ດອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈະ​ເພີ່​ມຂຶ້ນ​ເຖິງ 480 ລ້ານ​ຄົນ​ໂດຍ​ສະ​ເລ່ຍ 3 ລ້ານ 8 ​ແສນ​ຄົນ​ຕໍ່​ເດືອນ.ສ່ວນຮູບ​ແບບ​ທຸລະ​ກິດ​ແບບ​ໃໝ່​ເຊິ່ງລວມ​ເຖິງ​ທຸລະ​ກິດ​ເອ​​ເລັກ​ໂຕຣນິກ,ທ່ອງ​ທ່ຽວ​ອ໋ອນ​ໄລ,​ການ​ໂຄສະນາ​ເອ​ເລັກ​ໂຕຣນິກ, APPນັດ​ຈອງ​ລົດ​ເຫຼົ່າ​ນີ້​ເປັນ​ຕົ້​ນຈະ​ກາຍ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ເສດຖະກິດອິນ​ເຕີ​ເນັດ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ