ສິງກະ​ໂປ​ມອບ​ໃບ​ຢັ້ງຢືນ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກ​ສາຂາວັນນະຄະດີ​​ໃຫ້​ທ່ານ​ບັນ​ກີ​ມູນ
2016-08-31 11:37:29  cri 
ວັນ​ທີ 30 ສິງຫາ​ນີ້​, ທ່ານ ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ພວມ​ຢ້ຽມຢາມ​ສິງກະ​ໂປ​ໄດ້​ຮັບ​ໃບ​ຢັ້ງຢືນ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກສາຂາ​ວັນ​ນະ​ຄະດີ​ຈາກມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​. ຂະນະ​ດຽວ​ກັນ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​​ໃນ​ໂລກສາມັກຄີ​ກັນ​ແລະພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ.

​ໃນ​ມື້​ດັ່ງກ່າວ ຢູ່ທຳນຽບ​ປະທານາທິບໍດີ, ປະທານາທິບໍດີ​ສິງກະ​ໂປທັງ​ເປັນອະທິການບໍ​ດີກິ​ຕິ​ມະ​ສັກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ໄດ້​ມອບ​ໃບ​ຢັ້ງຢືນ​ປະລິນຍາ​ເອກກິ​ຕິ​ມະ​ສັກ​ສາຂາ​ວັນ​ນະ​ຄະດີ​​ໃຫ້​ແກ່​ທ່ານ ຫຼັງ​ເຫັນ​ຄຸນ​ງານ​ຄວາມ​ດີ​ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ໄດ້ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ,ສິດທິ​ມະນຸດ,ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ​.

ຂ່າວ​ແຈ້ງວ່າ: ຫຼັງ​ສຳ​ເລັດ​ການ​ຢ້ຽມຢາມ​ສິງກະ​ໂປ​ໃນ​ວັນ​ທີ 29-30 ສິງຫາ​ນີ້​ແລ້ວ, ທ່ານ ບັນ​ກີ​ມູນ ຈະ​ຢ້ຽມຢາມ​ມຽນມາ, ສີ​ລັງກາ​ແລະ​ລາວ ພ້ອມ​ທັງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວກຸ່ມ 20 ປະ​ເທດ​ຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ