ການາດາພິຈາລະນາ​ເຂົ້າ​ຮ່ວມ​ທະນາຄານ AIIB
2016-08-31 11:14:40  cri 
  ທ່ານ ຈັສຕິນ ຕຣູ​ໂດ ນາຍົກລັດຖະມົນຕີການາດາທີ່​ພວມ​ຢ້ຽມຢາມ​ຈີນ​ໄດ້​ກ່າວຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 30 ສິງຫາ​ນີ້​ວ່າ: ປະ​ເທດ​ຕົນ​ພວມ​ເລັ່ງພິຈາລະນາ​ຄວາມ​ເປັນ​ໄປ​ໄດ້ຕໍ່​​ການເຂົ້າ​ຮ່ວມ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ ອາຊີ ຫຼື AIIB.

  ທ່ານ ຕຣູ​ໂດ ກ່າວ​ວ່າ, ຈີນ​ໃນ​ຖານະ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບທີ 2 ​ຂອງໂລກ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ທັງ​ເຫັນ​ວ່າ, ການ​​ເບິ່ງ​ຂ້າມຄວາມ​ສຳຄັນ​ຂອງ​ຈີນ​ຫຼື​ສາຍ​ພົວພັນ​ລະຫວ່າງ​ກາ​ນາ​ດາ-ຈີນ​ເປັນການ​ກະທຳ​ທີ່​ຄັບ​ແຄບ​ແລະ​ບໍ່​ມີ​ຄວາມ​ຮັບຜິດຊອບ. ​ແນວ​ໃດ​ກໍ​ດີ ​ເຊື່ອ​ວ່າການ​ພົວພັນ​ສອງຝ່າຍ​ທີ່​ດີກ​ວ່າ​ເກົ່າຈະ​ນຳ​ເອົາ​ຄວາມ​ສຸກກໍ​ຄື ກາລະ​ໂອກາດທາງ​ການ​ຄ້າ​ແລະ​ການ​ລົງທຶນ​ໃໝ່ມາສູ່​ສອງ​ປະ​ເທດ​​ຫຼາຍ​ກວ່າ​ເກົ່າ​​ເນື່ອງ​ຈາກນີ້ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງຕໍ່​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດທັງສ້າງ​ໂອກາດ​ການປະກອບ​ອາຊີບ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊົນ​ຊັ້ນ​ກາງ​ຢູ່​ປະ​ເທດ​ຕົນ.

  ນອກ​ນີ້, ທ່ານ ຕຣູ​ໂດ ຍັງ​ກ່າວ​​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ປະ​ເທດ​ຕົນ​ທັງຫວັງ​ໃຫ້ສອງ​ປະ​ເທດ​ສືບ​ຕໍ່​ເປີດ​ກວ້າງ​ຊ່ອງ​ທາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ເປັນ​ຕົ້ນ​ເຕັກ​ໂນ​ໂລ​ຊີ​ປະດິດ​ສ້າງ​ໃໝ່, ພະລັງງານ​ສະອາດ, ກະສິກຳ, ອະນຸລັກ​ສິ່ງ​ແວດ​ລ້ອມ, ວັນ​ທະນະ​ທຳແລະ​ອື່ນ​ໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ