ຈີນ​ເພີ່ມ​ຄວາມ​ເຂົ້າ​ໃຈ​ໃຫ້​ເດັກ​ຮຸ່ນ​ໃໝ່​ໃນ​ການ​ຮຽນ​ສະ​ໄໝ​ບູຮານ
2016-08-31 15:07:25  cri 

  ຫວ່າງ​ບໍ່​ດົນ​ມາ​ນີ້, "ອາຈານ" ທີ່​ນຸ່ງ "ຊຸດລາຊະວົງ​ຮ້ານ" ​ໄດ້​ເອົາ​ໃຈ​ໃສ່ "ສິດສອນ" ທັງຢູ່ຕໍ່ໜ້າຫໍ​ແລະ​ລະບຽງ​ຕ່າງໆ​ຂອງໂກ​ຈືຈ້ຽນ. ຂະນະ​ທີ່​ເດັກນ້ອຍກໍ​ໄດ້​ນຸ່ງ ​"ຊຸດລາຊະວົງ​ຮ້ານ" ນັ່ງ​ຄູ້​ເຂົ່າ​ຮຽນ​ໃນ​ແບບຮຽນ​ແບບ​ສອນ​ສະ​ໄໝ​ບູຮານ​ຈີນ. ທັງ​ນີ້​ໃນ​ໄລຍະ​ພັກລະດູຮ້ອນ​​ແຕ່​ລະ​ມື້​ໄດ້ມີ​ເດັກນ້ອຍປະມານ 600 ຄົນ​ຈາກຄະນະນັກທ່ອງ​ທ່ຽວ​ແຂວງ​ຕ່າງໆຂອງ​ຈີນ​ໄດ້​ໃຊ້​ເວລາ 30 ນາທີ​ຮ່ຳ​ຮຽນ​ວິຊາກ່ຽວ​ກັບ​ຈີນ​ຢູ່​ສະຖານ​ທີ່ດັ່ງກ່າວ.

  ໂກ​ຈືຈ້ຽນ ​ເປັນ​ສະ​ຖາ​ບັນການ​ສຶກສາ​ຊັ້ງ​ສູງ​ໃນ​ສະ​ໄໝ​ບູຮານ​ຈີນ​ເຊິ່ງມາ​ຮອດ​ປັດຈຸບັນ, ອາຄານ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ​ແຫຼ່ງທ່ອງ​ທ່ຽວທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ