ນັກກິລາຣັດ​ເຊຍ​ກວ່າ​ຮ້ອຍ​ຄົນສະໝັກ​ເຂົ້າ​ຮ່ວມ​ກິລາຣີ​ໂອ​ຄົນ​ພິການ​ໃນ​ນາມສ່ວນ​ຕົວ
2016-08-31 15:28:44  cri 
  ທ່ານ ປາ​ແວມ ​ໂຣສ​ໂກ​ຟ ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການຣັດ​ເຊຍ​​ໄດ້ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນປະ​ເທດ​ຕົນ​ໃນ​ວັນ​ທີ 30 ສິງຫາ​ນີ້​ວ່າ: ມີນັກກິລາ​ກວ່າ​ຮ້ອຍ​ຄົນ​ໄດ້ສະໝັກ​ເຂົ້າ​ຮ່ວມ​ກິລາຣີ​ໂອ​ຄົນ​ພິການ​​ໃນ​ນາມ​ສ່ວນ​ຕົວນຳ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ.

  ຕົ້ນ​ເດືອນ​ນີ້, ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ​ໄດ້​ປະກາດຫ້າມນັກ​ກິລາຣັດ​ເຊຍ​ເຂົ້າ​ຮ່ວມ​ກິລາຣີ​ໂອ​ຄົນ​ພິການ​ເນື່ອງ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການປະ​ເທດຣັດ​ເຊຍ​ບໍ່​ສາມາດ​ປະຕິບັດ​ຕາມ "ລະບຽບການ​ຕ້ານ​ສານ​ກະ​ຕຸ້ນ​ໂລກ" ກໍ​ຄື​ລະບຽບການ​ຕ້ານ​ສານ​ກະ​ຕຸ້ນ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນພິການ​ສາກົນ​ຢ່າງ​ເຂັ້ມ​ງວດ.

  ແນວ​ໃດ​ກໍ​ດີ, ກິລາ​ໂອ​ລິ​ມປິກຣີ​ໂອ​ຄົນ​ພິການ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7-18 ກັນຍາ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ