ນາຍົກ​ຈີນ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ
2016-08-31 15:26:45  cri 
    ທ່ານ​ນາງ ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ປະກາດ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​​ໃນ​ວັນ​ທີ 30 ສິງຫາ​ນີ້​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ ຈີນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຈີນ-​ອາ​ຊຽນ ຫຼື 10+1 ຄັ້ງທີ 19, ກອງ​ປະຊຸມ​ສຸດ​ຍອດ​ລະນຶກ​ການ​ສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຈີນ-​ອາ​ຊຽນຄົບຮອບ 25 ປີ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 19, ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ​ສ.​ເກົາຫຼີ ຫຼື 10+3 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 11.

    ທ່ານ​ນາງ ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ, ທ່ານ ຫຼີ​ເຄີ້ສຽງ ຍັງ​ຈະ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ ​ໂດຍ​ຈະ​ພົບ​ປະ​ໂອ້​ລົມ​ກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ ​ແລະ​ພົບ​ປະ​ກັບ​ຜູ້ນຳ​ລາວ​ທ່ານ​ອື່ນໆ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​​ກ່ຽວ​ກັບ​ສາຍ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ. ນອກ​ນີ້, ສອງ​ຝ່າຍ​ຍັງ​ຈະ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ