ມຽນມາຈັດກອງປະຊຸມປາງລອງສະຕະວັດທີ 21
2016-09-01 10:28:57  cri 
ກອງ​ປະຊຸມ​ປາງ​ລອງ​ສະຕະວັດ​ທີ 21 ຄືກ​ອງປະຊຸມ​ສັນຕິພາບ​ມຽນມາ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ນະຄອນຫຼວງ​ເນປີ​ດໍ​ໃນ​ວັນ​ທີ 31 ສິງຫາ​ຜ່ານ​ມາ​ໂດຍ​ຜູ້​ແທນ​ຝ່າຍ​ຕ່າງໆ​ປະມານ 1600 ຄົນ​ໄດ້​ເຂົ້າ​ຮ່ວມ, ​ເຊິ່ງ​ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຂະ​ບວນວິວັດ​ສັນຕິພາບ​ມຽນມາ​ໄດ້​ເຂົ້າ​ສູ່​ໄລຍະປະຫວັດສາດອັນ​ໃໝ່.

​ໂອກາດ​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ນາງ​ອ໋ອງຊານ​ຊູ​ຈີ້ ຢືນຢັນ​ວ່າ ນັບ​ແຕ່​ລັດຖະບານ​ຊຸ​ດ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າສ່ວນ​ໜ້ອຍ​ທີ່​ໄດ້​ລົງ​ນາມ​​ແລະ​ຍັງ​ບໍ່​ທັນ​ໄດ້​ລົງ​ນາມ​ໃນສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ນັ້ນ​ລ້ວນ​ແຕ່​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ກັນ​ໂດຍ​ໄດ້​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ຄວາມ​ເ​ຂົ້າ​ໃຈ​ກັນ​ຕື່ມ. ພວກ​ຂ້າພະ​ເຈົ້າ​ໄດ້​ທົດ​ລອງ​ວິທີ​ຕ່າງໆ​ເພື່ອ​ບັນລຸ​ສັນຕິພາບ ​ແລະ​ຄວນ​ຖອດ​ຖອນ​ບົດຮຽນ​ທີ່​ບໍ່​ສຳ​ເລັດ​ຜົນ​ໃນ​ເມື່ອ​ກ່ອນ​ແລ້ວ​ພະຍາ​ຍາມ​ເພື່ອ​ມຸ້ງ​ໜ້າ​ໄປ​ສູ່​ຄວາມ​ສຳ​ເລັດ​ຜົນ.ຖ້າ​ຫາກ​ບໍ່​ມີ​ຝ່າຍ​ຕ່າງໆ​ມີ​ສ່ວນ​ຮ່ວມ​ທຸກ​ຖ້ວນ​ໜ້າ​ກໍ​ຈະ​ບໍ່​ມີ​ສັນຕິພາບ.

 ຕາມ​​ແຜນການ​ຊົ່ວຄາວ,ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 31 ສິງຫາຫາ ວັນ​ທີ 3 ກັນຍາ​ນີ້,​ແຕ່​ອາດ​ຈະ​ເລື່ອນ​ໄປ​ອີກ​ໜຶ່ງ​ວັນ. ນອກ​ນີ້​ມີ​ຂ່າວ​ແຈ້ງວ່າ: ກອງ​ປະຊຸມ​ປາງ​ລອງ​ສະຕະວັດ​ທີ 21 ຈະ​ບໍ່​ເປັນ​ກອງ​ປະຊຸມ​ເທື່ອ​ດຽວ ຫາກ​ເປັນ​ຂະ​ບວນວິວັດ​ຢ່າງຕໍ່​ເນື່ອງ ​ເຊິ່ງອາດ​ຈະ​ແຕ່ລະ 6 ​ເດືອນຈັດ​ຂຶ້ນ​ເທື່ອ​ໜຶ່ງຈົນ​ກວ່າ​ທົ່ວ​ປະ​ເທດ​ບັນລຸ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ