ປະທານ​ປະ​ເທດ​ລາວຊົມ​ເຊີຍການເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ ​ເສດຖະກິດ​ໂລກຂອງ​ ສປ ຈີນ
2016-09-02 11:40:02  cri 

CRI ລາຍ​ງານ​ວ່າ: ວັນ​ທີ 1 ກັນຍາ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສປປ ລາວ​ໄດ້​ໃຫ້​ສຳພາດນັກ​ຂ່າວ​ຈີນ​ໂດຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດບາດ​ການ​ນຳ​ໜ້າ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​​ເສດຖະກິດ​ໂລກ​ທັງ​ມີຄວາ​ມຫວັງ​ຢ່າງສູງຕໍ່ກອງປະຊຸມສຸດຍອດ G20 ຫັງ​ໂຈ່​ວ.

ພາຍຫຼັງລາວ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວໃນ​ຖານະ​ເປັນປະ​ເທດ​ປະທານ​ອາຊຽນ 2016, ທ່ານ​ບຸນ​ຍັງ ວໍລະ​ຈິດ​ໄດ້​ຢືນຢັນ​ວ່າ: ຂ້າພະ​ເຈົ້າ​ໃນ​ນາມ​ລັດຖະບານ ​ແລະ​ປະຊາຊົນ ​ແຫ່ງ ສປປ ລາວ ຮູ້ສຶກ​ປິ​ຕິ​ຍິນ​ດີ ​ແລະ​ຖື​ເປັນ​ກຽດ​ຢ່າງ​ຍິ່ງທີ່​ໄດ້​ຮັບ​ຄຳ​ເຊີນ​ຈາກພະນະ​ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດແຫ່ງ ສປ ຈີນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G20​ໃນ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ປະທານ​ປະ​ເທດສີ​ຈິ້ນຜິ​ງທີ່​ເຫັນ​ຄວາມ​ສຳຄັນ ແລະ​ບົດບາດ​ຂອງ​ອາ​ຊຽນ​ໃນ​ກອງປະຊຸມ​ຄັ້ງ​ນີ້, ​ເຊິ່ງຂ້າພະ​ເຈົ້າ​ພ້ອມ​ທີ່​ຈະ​ປະກຳ​ອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ ​ແລະ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ G20 ດັ່ງກ່າວ.

ນອກ​ນີ້,ທ່ານບຸນ​ຍັງ ວໍລະ​ຈິດຍັງ​ເຫັນ​ວ່າ ການ​ປຶກສາ​ຫາລື ​ແລະ​ມາດ​ຕະກຳນດ້ານ​ເສດຖະກິດ-ການ​ເງິນ​ສາກົນ ທີ່​ G20 ຈະ​ຮັບ​ຮອງ​ເອົາ​ຈະ​ມີ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ສະພາບ​ເສດຖະກິດ ​ແລະ​ການ​ພັດທະນາ​ໃນ​ຫຼາຍ​ປະ​ເທດ ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ ລວມທັງ ສປປ ລາວ. ສະ​ນັ້ນ, ສປປ ລາວ ຍິນ​ດີ​ຕໍ່​ຂໍ້​ລິ​ເລີ່​ມ ​ແລະ​ແຜນ​ປະຕິບັດ​ງານ​ຕ່າງໆ ທີ່​ຜູ້ນຳ G20 ຈະ​ພິຈາລະນາ​ຮັບຮອງ​ເອົາ​ໃນ​ກອງປະຊຸມ​ຄັ້ງນີ້ ​ເປັນ​ຕົ້ນ ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ 2030, ​ແຜນການ​ການ​ພັດທະນາ​ຫັນ​ເປັນ​ອຸດສາຫະກຳ​ຢູ່​ອາ​ຟຣິກາ ​ແລະ​ປະ​ເທດ​ດ້ອຍ​ພັດທະນາ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ​ແຜນ​ປະຕິບັດ​ງານ​ດັ່ງກ່າວ​ນີ້ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ​ນຳ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ມາສູ່​ປະ​ເທດ​ກຳລັງ​ພັດທະນາ ​ໂດຍ​ສະ​ເພາະ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງດ້ານ​ເສດ​ຖະກິດ ກໍ່​ຄື ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ປະຈຸ​ບັນ. ທ່ານ​ບຸນ​ຍັງ​ວໍລະ​ຈິດຍັງ​ກ່າວ​ດ້ວຍ​ຄວາມ​ຫວັງ​​ຍິ່ງ​ຕໍ່​ກອງ​ປະຊຸມ​ສຸດ​ຍອດG20ຫັງ​ໂຈ່​ວວ່າ:

ສປຈີນເປັນປະເທດທີ່ມີຄວາມເຂັ້ມແຂງ ດ້ານການເມືອງ,ເສດຖະກິດແລະສັງຄົມ, ອັນເຮັດໃຫ້ບົດບາດຂອງສປ ຈີນໃນພາກພື້ນແລະ ສາກົນພົ້ນເດັ່ນ.ດ້ວຍເຫດນີ້, ສປ ຈີນສາມາດເສີມຂະຫຍາຍບົດບາດສໍາຄັນໃນ ການຮ່ວມມືສາກົນເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງໂລກ. ກອງປະຊຸມສຸດຍອດG20ຄັ້ງນີ້ກໍ່ແມ່ນອີກເວທີໜຶ່ງທີ່ ສປ ຈີນສາມາດເສີມຂະ ຫຍາຍບົດບາດນໍາໜ້າໃນຄວາມພະຍາຍາມຊອກມາດ ຕະການແກ້ໄຂບັນຫາເສດຖະກິດ-ການເງິນສາກົນ,ມາດຕະການຊ່ວຍເຫລືອປະເທດທີ່ດ້ວຍໂອກາດໃນໂລກ,ເປັນຕົ້ນປະເທດດ້ວຍພັດທະນາ ແລະອາຟຣີກາ.ອັນນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ນະໂຍບາຍການຮ່ວມມືສາກົນທີ່ຖືກຕ້ອງຂອງພັກແລະລັດຖະບານ ສປ ຈີນ.ຂ້າພະເຈົ້າຂໍຍ້ອງຍໍຊົມ ເຊີຍຕໍ່ບົດບາດການນໍາພາຂອງ ສປ ຈີນ.ສປປ ລາວເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມອັນຕັ້ງໜ້າຂອງລັດຖະບານ ສປ ຈີນແລະ ການຮ່ວມມືແລະຄວາມຜ່ອນສັ້ນຜ່ອນຍາວຂອງປະເທດສະມາຊິກ ແລະປະເທດ ທີ່ເປັນແຂກ,ກອງປະຊຸມສຸດຍອດຈີ 20 ໃນຄັ້ງນີ້ຈະບັນລຸຜົນສໍາເລັດທາງດ້ານເນື້ອໃນຕາມຄາດໝາຍແລະສ້າງຄວາມປະທັບໃຈທີ່ບໍ່ມີວັນລືມໃຫ້ແກ່ຄະນະຜູ້ແທນທັງໝົດ.ຂ້າພະເຈົ້າບໍອວຍພອນໄຊໃຫ້ກອງປະຊຸມສຸດຍອດ G20ຄັ້ງທີ11ຂອງ ສປ ຈີນໃນຄັ້ງນີ້ສົ່ງປະ ສົບຜົນສໍາເລັດ ຢ່າງຈົບງາມ.

​ໃນ​ໂອກາດປີ 2016 ​ເປັນ​ປີ​ຄົບຮອບ 55 ປີ​​ໃນ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດລະຫວ່າງ​ລາວ-ຈີນ. ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ​ກໍ​ໄດ້ຢືນຢັນວ່າ:ຕະຫລອດໄລຍະເຄິ່ງສັດຕະວັດ ມານີ້,ການພົວພັນສອງຝ່າຍລະຫວ່າງລາວ-ຈີນໄດ້ຮັບການຂະຫຍາຍຕົວ ແລະລົງເລິກໃນວຽກ ງານຕົວຈິງຫລາຍດ້ານ.ໃນ​ນີ້, ​ທາງ​ລົດ​ໄຟ​ລາວ​ຈີນ​ເຊິ່ງ​ເປັນ​ໂຄງການ​ຮ່ວມ​ມື​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໝາກຜົນ​ອັນ​ອຸດົມສົມບູນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ນອກ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ພະລັງງານ​ໄຟຟ້າ, ບໍ່​ແຮ່, ກະສິກຳ​ແລະ​ຂະ​ແໜງ​ການ​ບໍລິການ​ກໍ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງພົ້ນ​ເດັ່ນ. ທ່ານ​ບຸນ​ຍັງ​ວໍລະ​ຈິດ​ຊີ້​ໃຫ້​ເຫັນ​ວ່າ ມິດຕະພາບ​ລາວ-ຈີນ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ,ສ​ະ​ເຖຍລະ​ພາບ​ແລະ​ການພັ​ດທະນາ​ຂອງ​ໂລກ.

ທ່ານ​ບຸນ​ຍັງ​ວໍລະ​ຈິດ​ກ່າວ​ວ່າ:ໃນຕໍ່ໜ້ານີ້,ຂ້າພະເຈົ້າເຫັນວ່າ,ເພື່ອເຮັດໃຫ້ການພົວພັນ ດັ່ງກ່າວ ໄດ້ຮັບໝາກຜົນຫລາຍກວ່າເກົ່າ,ສອງຝ່າຍ ຈະໄດ້ເພີ່ມທະວີການຮ່ວມມືໃນຫລາຍດ້ານຕື່ມອີກ,ໂດຍສະເພາະແມ່ນການສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງ ສອງພັກ,ສອງລັດຢ່າງເປັນປົກກະຕິເພື່ອແລກປ່ຽນຄໍາຄິດຮ່ວມກັນໃນວຽກງານການພົວພັນຮ່ວມມືສອງຝ່າຍ,ບົດຮຽນການກໍ່ສ້າງພັກຄຸ້ມ ຄອງລັດ,ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ດ້ານອື່ນໆ ເພື່ອແນໃສ່ການສ້າງຄວາມເຊື່ອໝັ້ນແລະໄວ້ໃຈເຊິ່ງກັນແລະກັນໃຫ້ ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ,ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ປະສາມສົມທົບແລະສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວ ວຽກງານຕ່າງປະເທດໃນຂອບການຮ່ວມມືພາກພື້ນແລະສາກົນຕໍ່ບັນຫາສໍາຄັນຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາທີ່ທັງສອງຝ່າຍ ພວກເຮົາໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລວງ ເລິກແລະນໍາເອົນຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃນຕໍ່ໜ້າ.ທັງໝົດເຫລົ່ານີ້ລ້ວນແລ້ວແຕ່ສອດຄ່ອງກັບທິດທາງນະໂຍບາຍ ຂອງພັກແລະລັດຖະບານໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານບົນພື້ນຖານການເປັນຄູ່ຮ່ວມ ຊະຕາກໍາແລະອຸດົມການອັນດຽວກັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.  ພ້ອມທັງເປັນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການ ຮັກສາສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງພາກພື້ນແລະສາກົນອີກດ້ວຍ.

ຂະນະ​ດຽວ​ກັນ, ປີ 2016 ​ເປັນ​ປີ​ຄົບຮອບ 75 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI ​ແລະ​ວິທະຍຸCRI FM 93 Mhz ອອກ​ອາກາດ​ຄົບຮອບ 10 ປີ ​ເຊິ່ງທ່ານ​ປະທານ​ບຸນ​ຍັງ ວໍລະ​ຈິດ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່CRIທີ່​ໄດ້​ສົ່ງ​ເສີມ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລາວ-ຈີນ​ແລະ​ລາຍ​ງານ​ຂ່າວຢ່າງ​ຮອບດ້ານຕໍ່​ການ​ພັດທະນາ ສປປ ​ລາວ​ແລະ​ເພື່ອ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ຕໍ່​ຜົນສຳ​ເລັດ​ຂອງ CRI ນັ້ນ, ທ່ານ​ຍັງ​ໄດ້​ຂຽນ​ຄຳ​ອວຍພອນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​​ໂດຍ​ມີ​ເນື້ອ​ໃນວ່າ: ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ CRI ຄົບຮອບ 75 ປີ, CRI FM 93 ອອກ​ອາກາດ​ຄົບຮອບ 10 ປີ, ຂໍ​ອວຍພອນ​ໃຫ້ CRI ຈົ່ງ​ປະສົບ​ຜົນສຳ​ເລັດ​​ໃຫຍ່​ຫຼວງ​ກວ່າ​ເກົ່າ​ແລະ​ຫວັງ​ວ່າ CRI ຈະ​ເປັນ​ສື່​ກາງ​ປະສານ​ທາງ​ຈິດ​ໃຈ​ລະຫວ່າງ​ປະຊາຊົນ​ລາວ​ແລະ​ປະຊາຊົນ​ຈີນ​ຕະຫຼອດ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ