G20​ຫັງ​ໂຈ່​ວບົນ​​​ຜ້າ​ໄໝ​ທີ່​ປານີດ
2016-09-02 17:16:50  cri 

ທ່ານ​ເຢ້ຈ້ຽນມິ​ງ ​ເປັນ​ຜູ້​ສືບ​ທອດ​ຮຸ່ນ​ທີ 4 ຂອງ​ຈິດຕະກອນຮູບ​ແຕ້ມ​ຜ້າ​ໄໝ ທີ່​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ເມືອງ​ຫັງ​ໂຈ່​ວ ສປ ຈີນ. ທ່ານ​ພ້ອມ​ກັບພັນ​ລະ​ຍາ​ແລະ​ລູກ​ສາວ​ຂອງ​ຕົນ​ໂດຍ​ທັງ 3 ​ໄດ້​ໃຊ້​ຄວາມ​ປານີດ​ລະອຽດ​ອ່ອນ​ອົດທົນ​ແຕ້ມ​ແລະໃຊ້​ເວລາ 6 ​ເດືອນ​ຈິ່ງສຳ​ເລັດ​ການ​ສ້າງ​ຜົນງານ​ດ້ວຍຮູບ​ແຕ້ມ​ຜ້າ​ໄໝ​ທີ່​ຍາວ 308 ຊັງ​ຕີ​ແມັດ​ແລະ​ກວ້າງ 56 ຊັງ​ຕີ​ແມັດ ​ເຊິ່ງຜົນງານ​ດັ່ງກ່າວ​ຊື່ວ່າ "ຄຳນັບ​ຮັບ​ຕ້ອນ G20 ມັງກອນ​ສິລິ​ມຸງຄຸນ​ຕ້ອນຮັບ​ແຂກ" ​ເພື່ອ​ເປັນ​ຂອງຂວັນ​ມອບ​ໃຫ້​ແກ່ກອງ​ປະຊຸມ​ສຸດ​ຍອດ G20​ທີ່​ຈະ​ຈັດ​ຂຶ້ນ​ຢູ່​​ເມືອງຫັງ​ໂຈ່​ວ​ໃນ​ໄວໆ​ນີ້.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ