ບັນຈຸ"ການ​ເງິນ​ສີຂຽວ"​ເຂົ້າ​ຫາລືໃນ​ກອງ​ປະຊຸມ​ສຸດ​ຍອດG20​ເປັນ​ເທື່ອ​ທຳ​ອິດ
2016-09-02 17:22:55  cri 
ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ສູນ​ຂ່າວ G20 ທີ່​ຈັດ​ຂຶ້ນ​ໃນວັນ​ທີ 1 ກັນຍາ​ນີ້, ທ່ານ​ຢີ້ກ່າງ ຮອງ​ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ຢືນຢັນ​ວ່າ ປີ​ນີ້, G20 ຈະ​ປຶກສາ​ຫາລື​ບັນຫາ​ການ​ເງິນ​ສີຂຽວ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ຄົ້ນຄວ້າ​ການ​ເງິນ​ສີຂຽວ. ນັກວິ​ເຄາະ​ເຫັນ​ວ່າ: ການ​ປະດິດ​ສ້າງ​ໃໝ່ທີ່​ສຳຄັນ​ດັ່ງກ່າວ​ນີ້​ໄດ້ເຕົ້າ​ໂຮມ​ສະຕິ​ປັນຍາ​ຂອງ​ຈີນ​ເຊິ່ງຈະ​ສະໜັບສະໜູນທົ່ວໂລກ​ເລັ່ງພັດທະນາ​ເສດຖະກິດ​ສີຂຽວກາກ​ບອນ​ຕ່ຳ.

ທ່ານ​ຢີ້ກ່າງ​ເປີດ​ເຜີຍ​ວ່າ: ປັດຈຸບັນ, ​ໄດ້​ສຳ​ເລັດການຂຽນ​ບົດ​ລາຍ​ງານ​ສັງລວມ​ການ​ເງິນ​ສີຂຽວ G20 ​ແລ້ວ​ໂດຍ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ນິຍາມ​, ຈຸ​ດປະສົງ​ແລະ​ຂອ​ບ​ເຂດພ້ອມ​ດ້ວຍ​ສິ່ງ​ທ້າ​ທາຍ​ທີ່​ຈະ​ຜະ​ເຊີນ ທັງ​ໄດ້​ປະກອບຂໍ້​ສະ​ເໜີ​ທີ່​ດີ​ສຳລັບ​ບັນດາ​ປະ​ເທດ​ພັດທະນາ​ການ​ເງິນ​ສີຂຽວ​ແລະ​ສະໜັບສະໜູນ​ເສດຖະກິດ​ໂລກ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ​ໃຫ້​ເປັນ​ເສດຖະກິດ​ສີຂຽວ​ແລະ​ກາກ​ບອນ​ຕ່ຳ.

ນັກວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ: ໃນສະພາບ​ປັດຈຸບັນ, ການບັນຈຸເອົາ​ການ​ເງິນ​ສີຂຽວ​ເຂົ້າ​ເປັນ​ບັນຫາ​ທີ່​ຈະ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສຸດ​ຍອດ G20​ນັ້ນ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ບົດບາດນຳ​ໜ້າ​ແລະ​ຊຸກຍູ້​ຂອງ​ຈີນ​ໃນຖານະ​ເປັນ​ປະ​ເທດ​ປະທານ G20. ຂະນະ​ດຽວ​ກັນ​, ຈີນ​ກໍ​ໄດ້ປະຕິບັດ​ຕົວ​ຈິງ​ເພື່ອ​​ເປັນ​ຜູ້ນຳ​ໜ້າ​ພັດທະນາ​ການ​ເງິນ​ສີຂຽວໃນໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ