ສື່​ມວນ​ຊົນ​ສາກົນ​ຝາກຄວາມ​ຫວັງ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ
2016-09-03 16:58:41  cri 

ແຕ່ວັນ​ທີ 4 ຫາ​ວັນ​ທີ 5 ກັນຍາ​ນີ້, ຜູ້ນຳ​ຂອງ​ປະ​ເທດ​ສະມາຊິກ G20 ​ແລະ​ປະ​ເທດຮັບ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20, ຜູ້​ຮັບຜິດຊອບ​ອົງການ​ຈັດ​ຕັ້ງ​ສາກົນທີ່​ກ່ຽວຂ້ອງ​ຈະ​ເຕົ້າ​ໂຮມ​ຢູ່​​ເມືອງ​ຫັງໂຈ່​ວ, ​​ເພື່ອເປິກສາຫາລື​ແຜນການ​ແກ້​ໄຂ​ສິ່ງ​ທ້າ​ທາຍຕ່າງໆ​ທີ່​​ເສດຖະກິດ​ໂລກປະ​ເຊີນ​ໜ້າ​​ແລະຊີ້​ທິດ​ທາງໃຫ້​ແກ່ການ​ຮ່ວມ​ມື​ສາກົນ. ​ຂະນະ​ທີ່ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ G20 , ຈີນ​ຈະ​ສະ​ເໜີຫົວ​ຂໍ້​​ສຳຄັນ​ຕ່າງໆ​ທັງຊຸກຍູ້ບັນດາ​ປະ​ເທດ​ເປິກສາຫາລື​ຢ່າງ​ເລິກ​ເຊິ່ງ​​ແລະບັນລຸ​ຄວາມ​ຮັບຮູ້​ທີ່​ເປັນ​ເອກະ​ພາບ​ກັນ.

ວາລະສານ "​ເຢວ​ໂກຼ​ໂບວອອນ​ລາຍ" ຂອງ​ມະຫາວິທະຍາ​ໄລ​ເຢວອາ​ເມ​ລິ​ກາ​ພິມ​ບົດ​ຄວາມ​ໂດຍ​ກ່າວ​ວ່າ, ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍ້ອດຄັ້ງ​ນີ້​ເອົາ​ໃຈ​ໃສ່​ການ​ພັດທະນາ​ໄລຍະ​ກາງ​ແລະ​ແບບ​ຍຶນຍົງຫຼາຍ​ກວ່າ. ວິ​ໄສ​ທັດ​ໃນ​ການຮັກສາ​ລະບຽບ​ທົ່ວ​ໂລກ​ແລະ​ຄວາມ​ສາມາດ​​ໃນ​ການ​ຄຸ້ມ​ຄອງວຽກງານ​ເສດຖະກິດ​ທົ່ວ​ໂລກ​ຂອງ​ຈີນ​ຈະ​ສະ​ແດງ​ອອກ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້. ທັດສະນະຂອງ​ຈີນ​ກຳລັງ​​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ຝ່າຍ​ຕ່າງໆ​ນັບ​ມື້​ນັບ​ຫຼາຍ, ນັ້ນ​ກໍ​ຄືຫຼີ​ກ​ເວັ້ນຂໍ້​ພິພາດ, ວາງ​ເປົ້າ​ໝາຍ​ໄລຍະ​ຍາວ​ແລະ​ແກ້​ໄຂ​ບັນຫາ​ເສດຖະກິດ​ແລະ​ການ​ເມືອງ​​ຕ່າງກັນ, ​ເພື່ອ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ໃນ​ກອງ​ປ​ະຊຸມ​ສຸດ​ຍອດຄັ້ງ​ນີ້.
ວັນ​ທີ 2 ກັນຍາ​ນີ້, ຊ່ອງລາຍ​ງານ​ຂ່າວ​ຂອງ​ໂທລະພາບແຫ່ງ​ຊາດ​ຊາ​ອຸ​ດິອາຣາ​ເບ​ຍ​ໄດ້​ອອກ​ອາກາດ​ລາຍການ​ສຳພາດ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ G20. ​ໂດຍຜູ້​ຊ່ຽວຊານ​​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ຫົວ​ຂໍ້​ເປິກສາຫາລື​ກ່ຽວ​ກັບ​ເສ​ດຖະກິດ​ປະດິດ​ສ້າງ​ໃໝ່​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວ​​ເປັນຕາຄົນ​ຊື່ນ​ຊົມ, ​ເພາະວ່າ​ມັນຄື​ລູກກະ​ແຈ​ທີ່​​ສາມາດແກ້​ໄຂບັນຫາ​ການ​ປະກອບ​ອາຊີບຂອງ​ຊາວ​ໜຸ່ມ​ແລະ​ຮັກສາ​ການ​ເຕີບ​ໂຕ​ຂອງເສດຖະກິດ​.

​ເອີ​ເອກ​ຕິ​ຟ ​ສື່​ມວນ​ຊົນສຳຄັນຂອງ​ສະຫະພາບ​ເອີ​ລົບ​ໄດ້​ພິມ​ບົດຄວາມ​ໂດຍ​ຊີ້​ອອກ​ວ່າ, ກອງ​ປະຊຸມ​ສຸດ​ຍອດ G20 ​ຫັງ​ໂຈ່​ວ ຈະ​ຊຸກ​ຍູ້ "ສົນທິສັນຍາ​ປາຣີ" ທີ່​ຝ່າຍ​ຕ່າງໆ​ຕົກລົງ​ກັນ​ໃນ​ປີຜ່ານມາ​ໃຫ້ມີ​ຜົນ​ສັກສິດ​ໂດຍ​ໄວ. ​ແນວ​ໃດ​ກໍ​ດີ, ບົດ​ຄວາມ​ດັ່ງກ່າວ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ປີ​ເຕີ ​ເອ​ເກນ ປະທານ​ຮ່ວມ​ຂອງ "ສະຫະພັນ​ຄວາມ​ໂປ່​ງ​ໃສ​ການ​ອະນຸລັກ​ດິນ​ຟ້າ​ອາກາດ" ​ເຊິ່ງ​ເປັນອົງການ​ຈັດ​ຕັ້ງທີ່ບໍ່​ຂຶ້ນກັບ​ລັດຖະບານຂຽນວ່າ, ​ໃນ​ບັນຫາການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຈີນ​ພວມ​ໃຊ້​ການ​​ເຄື່ອນ​ໄຫວຫຼາຍ​ກວ່າ​ປະ​ເທດ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ