ກອງ​ປະຊຸມ​ສຸດ​ຍອດ G20 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ທ່ານ​ສີ​ຈິ້ນ​ຜີ​ງ​ເປັນ​ປະທານ​ກອງ​ປະຊຸມແລະ​ກ່າວ​ປາ​ໄສ
2016-09-04 15:52:04  cri 
ຕອນ​ບ່າຍ​ວັນ​ທີ 4 ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສູນ​ວາງ​ສະ​ແດງ​ສາກົນ​ຫັງ​ໂຈ. ທ່ານ​ສີ​ຈິ້ນ​ຜີ​ງ, ປະທານປະ​ເທດ​ຈີນ​ເປັນ​ປະທານກອງ​ປະຊຸມ​ແລະ​ກ່າວ​​ປາ​ໄສ.

ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 2 ວັນ, ສະມາຊິກ​ກຸ່ມ G20, ຜູ້ນຳ​ຂອງ​ປະ​ເທດ​ທີ່​ເປັນ​ແຂກ​ແລະ​ຜູ້​ຮັບຜິດຊອບ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: "ສ້າງ​ເສດຖະກິດ​ໂລກ​ທີ່​ປະດິດ​ສ້າງ​ໃໝ່, ມີ​ຊີວິດ​ຊີວາ, ​ເຊື່ອມ​ຈອດ​ກັນ​ແລະ​ກວມ​ລວມ" , "​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ດ້ານ​ນະ​ໂຍບາຍ, ສ້າງຮູບ​ການເຕີບ​ໂຕ​ເສດຖະກິດ​ໃໝ່" , "ການ​ແກ້​ໄຂ​ເສ​ດຖະກິດ​ການ​ເງິນ​ທົ່ວໂລກ​ທີ່​ມີ​ປະສິດທິພາບ​ສູງກວ່າ​ເກົ່າ" "ການ​ຄ້າ​ແລະ​ການ​ລົງທຶນ​ສາກົນ​ທີ່​ເຂັ້ມ​ແຂງ" "ການ​ພັດທະນາ​ແບບ​ເຊື່ອມ​ຈອດ​ກັນ​ແລະ​ກວມ​ລວມ" "ບັນຫາ​ພົ້ນ​ເດັ່ນ​ອື່ນໆ​ທີ່​ມີ​ຜົນ​ກະທົບ​ເຖິງ​ເສດຖະກິດ​ຂອງ​ໂລກ" ​​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ