ປະທານ​າທິບໍດີ​ອິນ​​ໂດ​ເນ​​ເຊ​ຍຫວັງ​ໃຫ້ບັນລຸ​ເປົ້າ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອິນ​ໂດ​ເນ​ເຊຍ 10 ລ້ານ​ເທື່ອ​ຄົນ​ຕໍ່​ປີ​ໂດຍ​ໄວ
2016-09-04 15:57:06  cri 
ຕາມ​ຂ່າວ CRI: ວັນ​ທີ 3 ກັນຍາ​ນີ້​ຢູ່​ນະຄອນຊຽງ​ໄຮ, ທ່ານ​ໂຈ​ໂຄ ວິ​ໂດ​ໂດ, ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ຂອງປະ​ເທດ​ຕົນ​ຕ້ອງ​ເອົາ​ໃຈ​​ໃສ່​​ໃນ​ລະດັບ​ສູງ​ຕໍ່ການ​ເຊື່ອມ​ຈອດ​ກັບ​ຕະຫຼາດ​ຈີນ, ​ເພື່ອ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອິນ​ໂດ​ເນ​ເຊຍ 10 ລ້ານ​ເທື່ອ​ຄົນ​ຕໍ່​ປີ​ໂດຍ​ໄວ.

ທ່ານ​ໂຈ​ໂຄ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ສົນທະນາ​ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ອາ​ໄສ​ຢູ່​ຈີນ. ທ່ານ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ມີ​ຊັບ​ພະຍາກອນ​ທ່ອງ​ທ່ຽວ​ອັນ​ອຸດົມ​ສົມບູນ, ຈີນ​ມີ​ຕະຫຼາດທ່ອງ​ທ່ຽວ​ຕ່າງປະ​ເທດ​ອັນ​ໃຫຍ່​ຫຼວງ, ​​ໃນ​ໄລຍະ​ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຍ​ເມື່ອ​ປີຜ່ານມາ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​​ໃນເອກ​ກະສາ​ນຮ່ວມ​ມື​ການທ່ອງທ່ຽວ. ​ແນວ​ໃດ​ກໍ​ດີອິນ​ໂດ​ເນ​ເຊຍ​ຈະ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຈີນ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ອິນ​ໂດ​ເນ​ເຊຍ 10 ລ້ານ​ເທື່ອ​ຄົນ​ຕໍ່​ປີ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ