ອອກ​ຖະ​ແຫຼ​ງການ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ລະນຶກ​ຈີນ-ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະ​ຈາ​ຄົບຮອບ 25 ປີ
2016-09-08 16:39:19  cri 
ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ລະນຶກຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​​ເຈລະ​ຈາ​ຄົບຮອບ 25 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ໃນ​ວັນ​ທີ 7 ກັນຍາ​ນີ້​ແລະຫຼັງ​ກອງ​ປ​ະຊຸມ, ລາວ​ໃນ​ນາມ​ເປັນ​ປະ​ເທດ​ປະທານ​ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ສາຍ​ພົວພັນ​ຈີນ-ອາ​ຊຽນທີ່ຂະຫຍາຍຕົວ​ຕະຫຼອດ​ໄລຍະ 25 ປີຜ່ານມາ ທັງ​ຊີ້​ໃຫ້​ເຫັນ​ວ່າ: ສາຍ​ພົວພັນ​ຈີນ-ອາ​ຊຽນ​ເປັນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ທີ່​ອຸດົມສົມບູນ​ແລະ​ມີ​ຊີວິດ​ຊີວາ​ທີ່​ສຸດ ທັງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສັນຕິ​ພາບ,ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຜູ້ນຳ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ຍ້ອງຍໍ​ຊົມ​ເຊີ​ຍຈີນ​ທີ່​ສະໜັບ ສະໜູນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ສະໜັບສະໜູນ​ຖານະ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ. ຖະ​ແຫຼ​ງການສະ​ແດງ​ຄວາມຊົມ​ເຊີຍຕໍ່​ຄວາມ​ຄືບ​ໜ້າ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ເຊິ່ງລວມ​ເຖິງ​ການຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ລະນຶກການ​ສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີຂອງ​ສອງ​ຝ່າຍ ທັງ​ຊົມ​ເຊີຍ​ການ​ກຳນົດ​ປີ 2017 ​ເປັນ "ປີ​ຮ່ວມ​ມືການທ່ອງທ່ຽວ​ຈີນ-ອາ​ຊຽນ".

ຖະ​ແຫຼ​ງການ​ດັ່ງກ່າວ​ຍັງ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິ​ພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ທັງຊົມ​ເຊີຍລັດຖະມົນຕີການ​ຕ່າງປະ​ເທດ​ຂອງຈີນ​ແລະ​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ຊຽນທີ່ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ໃຫ້​ມີ​ປະສິດ​ທິຜົນ​ຢ່າງຮອບດ້ານ ພ້ອມ​ທັງ​ຊົມ​ເຊີຍ​ຈີນ​ສະ​ເໜີ​ວິ​ໄສ​ທັດ 4 ຂໍ້​ກ່ຽວ​ກັບ​ການ​ປຶກສາ​ຫາລື​ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້. ນອກ​ນີ້,ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ຢ່າງ​ພາວະ​ວິ​ໄສເຖິງ​ສະຖານະ​ການຢູ່​ທະ​ເລ​ຈີນ​ໃຕ້​ໃນ​ປັດຈຸບັນ​ມີ​ທ່ວງທ່າຫຼຸດຜ່ອນຄວາມ​ເຄັ່ງ​ຕຶງ ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາ​ມໝັ້ນ​ໃຈ​ທີ່​ໜັກ​ແໜ້ນ​ແລະ​​ເຈດ​ຕະນາ​ອັນ​ຕັ້ງໜ້າ​ຂອງ​ບັນດາ​ຝ່າຍ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສ​ະ​ເຖຍລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ