ສຳນັກ​ຂ່າວສານ​ປະ​ເທດ​ລາວກ່າວ​ວ່າ:ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ແບບຢ່າງ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ
2016-09-08 16:56:33  cri 


ຕາມ​ຂ່າວCRI: ​ໃນ​ໂອກາດລະນຶກ​ການ​ສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 25 ປີທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ແຫ່ງ ສປປ ລາວ​ໃນວັນ​ທີ 7 ກັນຍາ​ນີ້, ທ່ານ ສູນທອນ ຄັນທະ​ວົງ ຫົວໜ້າ​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ກ່າວ​​ທີ່​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ແບບຢ່າງ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ສູນ​ທອນ​ກ່າວ​ວ່າ: "ນັບ​ແຕ່​ອາ​ຊຽນ​ແລະ​ຈີນ​ສ້າງສາ​ຍພົວພັນ​ຄູ່ຮ່ວມ​ເຈລະຈາຄົບຮອບ 25 ປີ​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ໝາກຜົນ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ຂະນະ​ດຽວ​ກັນກໍ​​ເປັນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ທັງກາຍ​ເປັນ​ແບບຢ່າງ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ."

ນອກຈາກ​ນີ້,ທ່ານ​ ສູນ​ທອນ ຄັນທະ​ວົງຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນທີ່​ເດີນທາງ​ຢ້ຽມຢາມລາວວ່າ: ​ໃນ​ຊຸມ​ປີຜ່ານມາ,ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ໄດ້​ຮັກສາ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ທີ່​ດີ. ​ໂຄງການ "ດາວ​ທຽມ​​ໜຶ່ງ​ຂອງ​ລາວ" ​ແລະ ​ໂຄງການ​ທາ​ງລົດ​ໄຟ​ລາວ-ຈີນ​ທີ່ສອງ​ປະ​ເທດ​ຮ່ວມ​ມື​ເພື່ອສະ​ເຫຼີ​ມສະຫຼອງວັນຊາດ​ລາວ​ຄົບຮອບ 40 ປີ​ລ້ວນ​ແຕ່​ໄດ້​ລົງ​ເລິກ​ມິດ​ຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ພ້ອມ​ທັງ​ໄດ້​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ​ຢ່າງ​ແຂງ​ແຮງ; ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈີນ​ສະ​ເໜີ​ອອກກໍ​ສອດຄ່ອງ​ກັບ​ຍຸດ​ທະ​ສາດຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​​ໃຈກາງ​ບໍລິ​ການ​ທາງ​ຜ່ານ​ຂອງ​ລາວ​ຫຼາຍ​ທີ່​ສຸດ.

ທ່ານ​ ສູນ​ທອນ ຄັນທະ​ວົງ ກ່າວດ້ວຍ​ຄວາມ​ເຊື່ອ​ໝັ້ນວ່າ: ການ​ຢ້ຽມຢາມ ສປປ ລາວ​ຂອງ​ທ່ານ ຫຼີ​ເຄີ້ສຽງ ຄັ້ງ​ນີ້​ຈະ​​ເປັນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ ທັງ​ຈະຊ່ວຍ​ປະ​ເທດ​ລາວ​ບັນລຸ​ເປົ້າ​ໝາຍຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາໃນ​ປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ