ການ​ເດີນທາງ​ຢ້ຽມຢາມ​ປະ​ເທດ​ລາວ​ຂອງ​ທ່ານ​ນາຍົກ​ຫຼີ​ເຄີ້ຊຽງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ
2016-09-09 16:03:41  cri 

 

ແຕ່ວັນທີ6ມາຮອດວັນ​ທີ8ກັນຍາ​ນີ້,ເວລາຜ່ານໄປພຽງແຕ່3ມື້2ຄືນເທົ່ານັ້ນ,ແຕ່ທ່ານຫຼີເຄີ້ຊຽງ,ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ​ແລະ​ກອງ​ປະຊຸມ​ສຳຄັນ​ອື່ນໆ,ພ້ອມ​ທັງ​ໄດ້​ຢ້ຽມຢາມ​ສປປລາວ​ຢ່າງ​ເປັນ​ທາງ​ການ,ຮ່ວມ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີລາວ​ເປັນ​ສັກ​ຂິພິຍານ​ໃຫ້​ແກ່​ການ​ລົງ​ນາມ​ສັນຍາ​ຮ່ວມ​ມື20ສະບັບ​ລະຫວ່າງ​ຈີນ​ກັບ​ລາວ, ​ເຊິ່ງຖືວ່າ​​ໄດ້​ຮັບ​ໝາກຜົນ​ຢ່າງ​ຈົບງາມ. CRI​ໄດ້​ຕິ​ດຕາມ​ລາຍ​ງານ​ຂ່າວ​ຢ່າງ​ທັນ​ການ, ​​ໄດ້​ຮັບສຽງ​ຕອບ​ຮັບ​ຢ່າງ​ຄຶກຄື້ນ​ຈາກ​ຜູ້​ຟັງ​ແລະ​ຜູ້​ຊົມ, ຕໍ່​ໄປມາ​ເບິ່ງ​ວີ​ດີ​ໂອ​ນຳ​ກັນ​ເພື່ອ​ຫວນ​ຄືນ​ຜົນງານ​ອັນ​ຈົບງາມ​ໃນ​ການ​ເດີນທາງ​ຢ້ຽມຢາມ​ຢູ່​ປະ​ເທດ​ລາວ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ​ໃນ​ຄັ້ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ