ຖະ​ແຫຼ​ງການ​ຮ່ວມລະຫວ່າງ​ ສປ ຈີນ​ແລະ ສປປ ລາວ
2016-09-09 18:40:54  cri 

ວັນ​ທີ 9 ກັນຍາ​ນີ້, ສາທາ​ລະນະ​ລັດ​ປະຊາຊົນຈີນ​ແລະ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ໄດ້​ປະກາດ​ຖະ​ແຫຼ​ງການ​ຮ່ວມ. ​​ໂດຍ​ມີເນື້ອ​ໃນ​ດັ່ງນີ້:

1,​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ສປປ ລາວ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີ ສປ ຈີນ​ໄດ້​ຢ້ຽມຢາມ ສປປ ລາວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 9 ກັນຍາ​ປີ 2016.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຫຼີ​ເຄີ້ສຽງ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ, ​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດຖະມົນຕີ ສປປ ລາວ, ​ແລະ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ. ສອງ​ຝ່າຍ​ໄດ້​ແຈ້ງ​ສະຖານະ​ການ​ພາຍ​ໃນ​ຂອງ​ປະ​ເທດຕົນ​ໃຫ້​ຊາບ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ​-​ລາວ​ໃນ​ຍຸກສະ​ໄໝ​ໃໝ່​ແລະ​ບັນຫາທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ​ແລະ​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ສຳຄັນ.

2, ທັງສອງ​ຝ່າຍ​ໄດ້​ທົບ​ທວນຄືນ​ແລະ​ຕີ​ລາຄາ​ສູງ​ຕໍ່​ການ​​ເສີມຂະຫຍາຍ​ການ​ພົວພັນ​ ​ພາຍຫຼັງ​ສອງ​ປະ​ເທດ​ສ້າງຕັ້ງສາ​ຍພົວພັນທາງ​ການ​ທູດ​ມາ​ເປັນ​ເວລາ 55 ປີ​, ​ພ້ອມທັງ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ​ພາຍ​ໃຕ້​ການ​ຊີ້​ນຳຂອງ​ພັກ​ແລະ​ລັດຖະບານ​ແລະ​ຄວາມ​ພະຍາຍາມ​ຮ່ວມ​ກັນ​, ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຢ່າງ​ອັນ​ອຸດົມສົມບູນ​ໃນ​ການ​ຮ່ວມ​ມື​ແລະ​ການ​ຮັກສາ​ການ​ປະສານ​ພົວພັນ​ຢ່າງ​ໃກ້ຊິດ​​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ, ​ເຊິ່ງບໍ່​ພຽງ​ແຕ່​ໄດ້ນຳ​ເອົາຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ມາສູ່​ປະຊາຊົນ​ສອງ​ປະ​ເທດ, ຍັງ​ໄດ້​​ປະກອບສ່ວນ​ອັນ​ຕັ້ງໜ້າ​​​ເຂົ້າໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ນ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

3, ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ວ່າ:ຈີນ​ແລະ​ລາວ​ລ້ວນ​ແຕ່​ໄດ້​ຍຶດໝັ້ນ​ເສັ້ນທາງ​ສັງຄົມ​ນິຍົມ,ມີ​ອຸດົມ​ການຄວາມ​ເຊື່ອ​ໝັ້ນ​ອະນາຄົດແລະ​​ເປົ້າ​ໝາຍ​ສູ້​ຊົນ​ເຊັ່ນ​ກັນ ​ໂດຍ​ຜະ​ເຊີນ​ກັບ​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນ​ທີ່​ຜັນ​ແປ​ຢ່າງສັບສົນ,ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດໝັ້ນ​ທິດ​ທາງ "ຄວາມ​ໝັ້ນຄົງ​ແບບ​ຍາວ​ນານ,​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການຮ່ວມ​ມື​ຢ່າງ​ຮອບດ້ານ" ​ແລະ ນ້ຳ​​ໃຈ "​ເປັນ​ບ້ານ​ໃກ້​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ທີ່​ດີ", ​ເສີມ​ຂະຫຍາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໃຫ້ໜັກ​ແໜ້ນ​ເລື້ອຍໆ,​ເປີດ​ກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ລົງ​ເລິກ​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ,​ເພີ່ມ​ທະວີ​ການ​ປະສານ​ງານ​ຫຼາຍ​ຝ່າຍ,ຍົກ​ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ໃຫ້​ກ້າວ​ຂຶ້ນສູ່ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

4, ສອງ​ຝ່າຍ​ເຫັນ​ດີຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ແລະ​ການ​ຕິດ​ຕໍ່​ພົວພັນ​ທາງ​ຍຸດ​ທະ​ສາດ,​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ສາຍ​ພົວພັນ​ສອງ​ຝ່າຍແລະບັນຫາ​ທີ່​ສຳຄັນ​ແລະ​ໃຫຍ່​ຫຼວງ​ທີ່ສົນ​ໃຈ​ຮ່ວມ​ກັນໂດຍ​ຜ່ານ​ການ​ຢ້ຽມຢາມ​ກັນ,ການ​ພົບ​ປະປະຈຳ​ປີ,ການ​ພົບ​ປະ​ຫຼາຍ​ຝ່າຍ​ແລະ​ຮູບ​ການ​ອື່ນໆ. ສອງ​ຝ່າຍ​ຈະ​ລົງ​ເລິກ​ການ​​ແລກປ່ຽນ​ບົດຮຽນ​ການ​ປົກຄອງ​ປະ​ເທດ,ສືບ​ຕໍ່​ຈັດ​ກອງ​ປະ​ຊຸມ​​ແລະສຳ​ມະ​ນາວິທະຍາສາດ​ແນວທາງ​ນະ​ໂຍບາຍ​ຂອງ​ສອງ​ພັກ​ໃຫ້​ດີ,​ເພີ່​ມທະວີ​ການ​ຮ່ວມ​ມື​​ອົບຮົມ​ພະນັກງານ​ພັກ​ແລະ​ລັດ,ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ພາກສ່ວນ​ທີ່​ກ່ຽວຂ້ອງຂອງ​ສອງ​ປະ​ເທດ.

5, ສອງ​ຝ່າຍ​ໄດ້​ຕົກລົງ​ຈະ​ເລັ່ງລັດຊຸກຍູ້ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ແຜນການ 5 ປີ​ຄັ້ງ​ທີ 13 ທີ່​ຈີນ​ສະ​ເໜີ​​ເຊື່ອມ​ຕໍ່​ກັບຍຸດ​ທະ​ສາດຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​​ໃຈກາງ​ບໍລິ​ການ​ທາງ​ຜ່ານ​​ແລະ​ແຜນພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 8 ຂອງ​ລາວ​ໃຫ້​ມີ​ປະສິດທິ​ຜົນ, ຮ່ວມ​ກັນ​ກຳນົດ​ແລະ​ຈັດ​ຕັ້ງ​ປະຕິບັດ​ການ​ຊຸກຍູ້ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ"​ໃຫ້​ດີ,ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ແລະ​ການ​ລົງທຶນ​ຢ່າງ​ແທ້​ຈິງ,​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແຜນການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ຊ່ວຍ​​ລາວ​ສ້າງແຜນການ​ສະ​ເພາະ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແລະສືບ​ຕໍ່​​​ຊ່ວຍ​ເຫຼືອ​​​ລາວ​ຕາມ​ຄວາມ​ສາມາດ​ຂອງ​ຕົນໃນ​ການ​ບັນລຸ​ການ​ພັດທະນາ​​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ.

ສອງ​ຝ່າຍ​ຈະ​ສືບ​ຕໍ່​​ຊຸກຍູ້​ໂຄງການ​ທາງ​ລົດ​ໄຟ​ຈີນ-ລາວຢ່າງ​ຕັ້ງໜ້າ​ໂດຍເຫັນ​ດີ​ເລັ່ງຕາມ​​ແຜນການ​ກະກຽມ​ໃນ​ໄລຍະ​ຜ່ານ​ມາ​ເພື່ອ​ເລີ່​ມກໍ່ສ້າງ​ຮອບດ້ານ​ພາຍ​ໃນ​ປີ​ນີ້,ຂະນະ​ດຽວ​ກັນກໍ​ເຮັດ​ວຽກ​ງານການ​ຮັບ​ປະກັນ​ຕ່າງໆ​ໃຫ້​ດີ​​ເຮັດ​ໃຫ້ການ​ກໍ່ສ້າງ​ແລະ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ໂຄງການ​ເປັນ​ໄປ​ຢ່າງ​ສະດວກ.ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​​ໃກ້​ຊິດສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ບໍ່​ຫານ-ບໍ່​ເຕັນ​ແລະ​ເຂດ​ພັດທະນາ​ສັງ​ລວມ​​ໄຊ​ເຊ​ດຖາວຽງ​ຈັນ​ໃຫ້​ດີ.

ສອງ​ຝ່າຍ​ເຫັນ​ດີ​​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ຄ້າ​ຕື່ມ​ອີກ,ຍົກ​ສູງ​ຂະໜາດ​ແລະ​ລະດັບ​ການ​ຄ້າ.​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ການຕາມ​ພາລະ​ບົດບາດ​ຕ່າງໆ​ເປັນ​ຕົ້ນ​ດ່ານ​ພາສີ,ການ​ກວດ​​ເຊື້ອ​ພະຍາດ​ແລະ​ກວດກາ​ຄຸນ​ນະພາ​ບ​ແລະ​ອື່ນໆ,ຍົກ​ສູງ​ລະດັບ​ການ​ອຳນວຍຄວາມ​ສະດວກ​ໃນ​ການ​ຜ່ານ​ດ່ານ,​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ​ໃຫ້ຫຼາຍກວ່າ​ເກົ່າ.ສືບ​ຕໍ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ຕ່າງໆ​ເປັນ​ຕົ້ນ​ຄະນະ​ກຳມະການ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ-ລາວ,ໜ່ວຍ​ງານ​ການ​ຮ່ວມ​ມື​​ແຂວງ​ຢຸນນານ​ຈີນ-ພາກ​ເໜືອ​ລາວ​ແລະ​ອື່ນໆ,ສຸມ​ໃສ່ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ​ຊາຍ​ແດນ​ຕື່ມ​ອີກ.

ສອງ​ຝ່າຍ​ຈະ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ທີ່​ຕົກລົງ​ເປັນ​ເອກະ​ພາບ​ກັນ,ຕັ້ງໜ້າ​ຊຸກຍູ້​ໂຄງການ​ປັບປຸງ​ຍົກ​ລະດັບ​​ໂຮງໝໍ​ມະ​​ໂຫສົດ​ໃຫ້​ທັນ​ສະ​ໄໝ,​ເສັ້ນທາງ​ຊາຍ​ແດນ​ແລະ​ອຸປະກອນ​ຜ່ານ​ດ່ານ,ຫ້ອງ​ຈັດ​ງານ​ລ້ຽງ​ຫໍ​ປະຊຸມ​ແຫ່ງ​ຊາດ​ພ້ອມ​ດ້ວຍ​ການ​ຊ່ວຍ​ສ້າງ​ໂຮງຮຽນ 10 ​ແຫ່ງ​ຢູ່ລາວ​​ແລະ​ອື່ນໆ.

ສອງ​ຝ່າຍ​ເຫັນ​ດີ​ເສີມ​ຂະຫຍາຍ​ທ່າ​ແຮງ​ເຊິ່ງກັນ​ແລະ​ກັນ,ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ພື້ນຖານ​ໂຄງ​ລ່າງ,ກະສິກຳ​ປ່າ​ໄມ້,ພະລັງງານ,​ຄົມມະນາຄົມ, ການ​ສື່ສານ​ແລະ​ອື່ນໆ,​ສືບ​ຕໍ່​ກໍ່​ສ້າງ​ແລະ​ປະຕິບັດ​ງານ​ຂອງ​ໂຄງການ​ໃຫຍ່​ເຊັ່ນ​ດາວ​ທຽມ​ຈີນ-ລາວ,ການ​ພັດທະນາ​ພະລັງງານ​ໄຟຟ້າ​ແລະ​ອື່ນໆ​ໃຫ້​ດີ,ຂຸດ​​ຄົ້ນ​ການ​ຮ່ວມ​ມື​ຕິດຕາມ​ຄຸ້ມຄອງ​ການ​ທະນາຄານ,ການ​ກໍ່ສ້າງ​ລະບົບ​ນິ​ເວດ,ການ​ພັດທະນາ​ພະລັງງານ​ໃໝ່,ການ​ລົງທຶນ​ແລະ​ການ​ແລກປ່ຽນ​ເຕັກນິກກະສິກຳ​ແລະ​ອື່ນໆ.​

6, ສອງ​ຝ່າຍ​ເຫັນ​ດີ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ​ການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ, ກິລາ, ທ່ອງ​ທ່ຽວ ​ແລະ​ອື່ນໆ ​ເພື່ອ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ໄມຕີ​ຈິດ-ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ຈະ​ປິ່ນ​ອ້ອມ​ຂົງ​ເຂດ​ຮ່ວມ​ມື​ທີ່​ສຳຄັນ ​ແລະ ​ໂຄງການ​ໃຫຍ່​ລະຫວ່າງ​ສອງ​ຝ່າຍ ຊຸກຍູ້​ການ​ຮ່ວມ​ມື​ອາຊີວະສຶກສາ. ຈີນ​ຈະ​ສະໜອງ​ທຶນ​ການ​ສຶກສາລະດັບ​ລັດຖະບານ​ໃຫ້​ລາວຫຼາຍກວ່າ​ເກົ່າ​ອີກ, ສືບ​ຕໍ່​ດຳ​ເນີນ​ການ​ແລກປ່ຽນ​ອາສາ​ສະໝັກ​ຊາວ​ໜຸ່ມ​ກັບ​ລາວ ​ແລະ ຮ່ວມ​ກັນ​ອົບຮົມ​ສ້າງ​ຜູ້​ສືບ​ທອດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ລາວ. ຂະນະ​ທີ່​ລາວ​​ຈະ​ສືບ​ຕໍ່ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງສູນວັດທະນະທຳ​ຈີນ, ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ແລະ​ອື່ນໆ ​ເພື່ອ​ສົ່ງ​ເສີມ​ໄມຕີ​ຈິດ-ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ລົງສູ່ຂັ້ນຮາກ​ຖານ.

7, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ໃນການ​ຢ້ຽມຢາມ​ກັນລະຫວ່າງ​ການ​ນຳຂັ້ນຕ່າງໆ​, ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ, ການ​ຝຶກ​ແອບ​ການ​ທະຫານ, ວຽກ​ງານ​ການ​ເມືອງ ​ແລະ​ອື່ນໆ ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ຕື່ມ​ອີກ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ, ສ້າງ​ກົນ​ໄກ​ການ​ພົບ​ປະລະດັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ, ການ​ນຳ​ຈັບ​ຜູ້​ກະທຳ​ຜິດ​ທີ່ຫຼົບ​ໜີ​ໄປ​ຢູ່​ຕ່າງປະ​ເທດ​ພ້ອມ​ຂອງ​ກາງ, ປາບ​ປາມ​ອາຊະຍາ​ກຳ​ຂ້າມ​ຊາດ, ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​​ຕາມ​ລຸ່ມ​ແມ່​ນ້ຳຂອງ ​ແລະ​ອື່ນໆ ພ້ອມ​ທັງສະໜັບສະໜູນ​ແຕ່ລະ​ຝ່າຍ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ສະຫງົບ​ໃນ​ສັງຄົມ​ຂອງ​ປະ​ເທດ​ຕົນ, ​ໃຊ້​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ປ້ອງ​ກັນຄວາມ​ປອດ​ໄພ​ຂອງ​ບຸກຄົນ​, ອົງການ​ຈັດຕັ້ງ ​ແລະ ​ໂຄງການ​ກໍ່ສ້າງ​ທີ່​ສຳຄັນ​ຂອງ​​ແຕ່ລະປະ​ເທດ​​ທີ່ຢູ່​ໃນ​ປະ​ເທດ​ຕົນ.

8, ລາວ​ກ່າວ​ຢ້ຳວ່າ​ຈະ​ສືບ​ຕໍ່​ສະໜັບສະໜູນ​ລັດຖະບານ​ຈີນ​ທີ່​ສ້າງຄວາມ​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ, ​ເດັດດ່ຽວ​ປະຕິບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ, ສະໜັບສະໜູນ​ການ​ພັດທະນາການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ​ສັນຕິ ​ແລະ ພາລະກິດ​ທ້ອນ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ, ​ເດັດດ່ຽວ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ທຸກ​ຮູບ​ແບບຂອງ​ອິດ​ທິກຳລັງ​ແບ່ງ​ແຍກ​ໄຕ້​ຫວັນໃຫ້​​ເປັນ​ເອກະລາດ. ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ລາວ ​ແລະ​​ຢ້ຳ​ເຄົາລົບ​ການ​ເປັນ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ລາວ, ສະໜັບສະໜູນ​ລາວ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ຕົນ ​ແລະ​ຊຸກຍູ້​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ.

9, ສອງຝ່າຍໄດ້ສະແດງຄວາມພໍໃຈຕໍ່ການຮ່ວມມືລະຫວ່າງສອງຝ່າຍໃນວຽກງານສາກົນແລະພາກພື້ນ, ເຫັນດີຜ່ານກົນໄກການຮ່ວມມືທາງ
ການທູດ, ເພີ່ມທະວີການພົບປະ, ການແລກປ່ຽນແລະປະສານງານກັນ, ສືບຕໍ່ຮັກສາການແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ກ່ຽວພັນເຖິງ
ຜົນປະໂຫຍດທີ່ສຳຄັນຂອງແຕ່ລະຝ່າຍຢ່າງໃກ້ຊິດ, ທັນທີແລະມີປະສິດທິຜົນ, ໃຫ້ການສະໜັບສະໜູນເຊິ່ງກັນແລະກັນຢ່າງແຂງແຮງ. ພ້ອມ
ກັນນັ້ນກໍເພີ່ມທະວີການປະສານສົມທົບພາຍໃນຂອບສະຫະປະຊາຊາດ, ການຮ່ວມມືອາຊີຕາເວັນອອກ, ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າ
ຂອງ, ກອງປະຊຸມອາເຊັມແລະຂອບຫຼາຍຝ່າຍອື່ນໆ.

ລາວຊົມເຊີຍຈີນທີ່ປະສົມຜົນສຳເລັດໃນການຈັດກອງປະຊຸມ G20 ຫາງໂຈຢ່າງຈົບງາມ, ຂອບໃຈຈີນທີ່ໄດ້ຊ່ວຍເຫຼືອແລະສະໜັບສະໜູນ
ການເປັນປະເທດປະທານໝູນວຽນອາຊຽນທີ່ດີ, ຍ້ອງຍໍຊົມເຊີຍຈີນທີ່ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການເຕີບໂຕຂອງເສດຖະກິດໂລກ
ແລະການພັດທະນາຂອງອະນຸລັກພາກພື້ນ. ຈີນກໍໄດ້ຊົມເຊີຍລາວທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມຕ່າງໆກ່ຽວກັບການຮ່ວມມືອາຊີຕາເວັນ
ອອກປະສົບຜົນສຳເລັດຢ່າງຈົບງາມ, ເຊິ່ງໄດ້ປະຕິບັດພາລະໜ້າທີ່ໃນການເປັນປະເທດປະທານໝູນວຽນອາຊຽນປີ 2016, ຕີລາຄາສູງທີ່
ລາວໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການພົວພັນລະຫວ່າງຈີນ-ອາຊຽນແລະການຮ່ວມມອາຊີຕາເວັນອອກ.

10、 ​ໃນ​ໄລຍະທ່ານຫຼີເຄີ້ສຽງ​ຢ້ຽມຢາມ​ລາວ, ສອງ​ຝ່າຍ​ໄດ້ເຊັນເອກະ ສານຮ່ວມມືຕ່າງໆເຊັ່ນ:ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການວາງ​ໂຄງ​ຮ່າງ​ການຣ່ວມມື​ເພື່ອ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ", ສັນຍາ​ກ່ຽວ​ກັບ​ການ​ກຳນົດ​ແລະ​ຮ່ວມ​ກັນ​ຊຸກຍູ້​ໂຄງການ​ສຳຄັນ​ໃນ​ການ​ຮ່ວມ​ມືເພີ່ມ​ຂີດ​ຄວາມ​ສາມາດ​ຂອງ​ການ​ຜະລິດ ​ແລະ​ ການ​ລົງທຶນ, ຂອບ​ສັນຍາ​ກ່ຽວກັບ​ການ​ຮ່ວມ​ວາງ​ແຜນການ​ຮ່ວມ​ມື​ໃນ​ໂຄງການ​ສະ​ເພາະ​ກິດ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ເສດຖະກິດຕົ້ນຕໍກ​ຕ່າງໆ​ເຊັ່ນ: ພະລັງ​ງານໄຟຟ້າ, ການ​ພັດທະນາ​ຢູ່​ເຂດ​ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ​-ລາວ ​ແລະ​ການທ່ອງທ່ຽວ​ເປັນ​ຕົ້ນ, ສັນຍາ​ເພີ່ມ​ຕື່ມຂອງ​ແຜນການຮ່ວມມື​ດ້ານ​ເສດຖະກິດ​ແລະ​ເຕັກນິກ, ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ​ກ່ຽວ​ກັບ​ການ​ດຳ​ເນີນ​ການຮ່ວມມື​ດ້ານ​ແລກປ່ຽນຂ່າວ​ລັບ​ແລະ​ຂໍ້​ມູນ​ຂ່າວສານ​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ​ພາຍ​ໃນ​ປະ​ເທດ, ສັນຍາ​ກ່ຽວ​ກັບ​ສ້ອມ​ແປງ​ແລະ​ຮັກສາ​ສຸສານ​ນັກຮົບ​ຈີນ​ຢູ່​ລາວ, ​ແຜນການ​ປະຕິບັດ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ແຕ່​ປີ 2016-2018 , ການຈັດ​ວາງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​​ເຂົ້າ​ອອກ​ດ່ານ​ຢ່າງ​ສະດວກ,ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຕິດຕາມ​ກວດກາ​ທະນາຄານ​ລຫວ່າງ​ສອງ​ຝ່າຍ》​ແລະ​​ເອກະສານ​ຕ່າງໆ.

11 、ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນວ່າ, ການ​ຢ້ຽມຢາມ ສປປ ລາວ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ້ສຽງ​ ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ໝາກຜົນ​ຢ່າງ​ເຕັມ​ເມັດເຕັ​ມໜ່ວຍ ເຊິ່ງຈະ​ເປັນສ່ວນ​​ສຳຄັນ​ໃນ​ການ​ເສີມ​ຂະຫຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີ​ນ-ລາວ​ໃຫ້​ໝັ້ນຄົງ​ເລື້ອຍໆ, ລົງ​​ເລິກ​ການຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ໃນ​ສະ​ໄໝ​ໃໝ່ ​ແລະ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາຂອງ​ພາກ​ພື້ນ ກໍ່​ຄື​ຂອງ​ໂລກ.

12、 ທ່ານ​ຫຼີ​ເຄີ້ສຽງ ​ໄດ້​ຕາງໜ້າ​ລັດຖະບານ​ ​ແລະ​ປະຊາຊົນ​ຈີນ ຂອບ​ໃຈ​ລັດຖະບານ​ແລະ​ປະຊາຊົນ​ລາວ​ທີ່​ໄດ້​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ​ແລະ​ເຊີນ​ທ່ານນາຍົກລັດຖະມົນຕີ​ທອງ​ລຸນ ສີ​ສຸ​ລິດ​ຢ້ຽມຢາມ​ຈີນ​ໃນ​​ເວລາອັນ​ເໝາະ​ສົມ. ທ່ານ​ທອງ​ລຸນ ສີ​ສຸ​ລິດສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ​ຮັບ​ເອົາ​ຄຳ​ເຊີນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ