ຈີນ​ ​ແລະ ລາວ​ອອກ​ຖະ​ແຫຼ​ງການຮ່ວມ
2016-09-10 15:33:50  cri 
​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ ສປປ ລາວ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 9 ກັນຍາ​ນີ້. ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ ຫຼີ​ເຄີ້ສຽງ ​ໄດ້​​ເຂົ້າ​ຢ້ຽມ​ຄຳ​ນັບ​​ທ່ານ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດລາວ,ປະທານ​ປະ​ເທດ​ ພ້ອມ​ທັງ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ​ທອງ​ລຸນ ສີ​ສຸ​ລິດ​ແລະ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ສອງ​ຝ່າຍ​ໄດ້​ບັນລຸຂໍ້​ຕົກລົງ​ທີ່​ສຳຄັນ​ແລະອອກ​ຖະ​ແຫຼ​ງການ​ຮ່ວມ.

ຖະ​ແຫຼ​ງການ​ໄດ້​ຕີ​ລາຄາສູງ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າ​ງສອງ​ປະ​ເທດນັບ​ແຕ່​ການ​ສ້າງຕັ້ງສາ​ຍພົວພັນທາງ​ການ​ທູດ​ເປັນ​ເວລາ 55 ​ປີຜ່ານມາ ​ເຫັນ​ວ່າ​ຈີນ​ແລະ​ລາ​ວລ້ວນ​ແຕ່​​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ,ມີອຸດົມ​ການ,ທັດສະນະ​ຄະຕິແລະ​​ເປົ້າ​ໝາຍ​ສູ້​ຊົນ​ຄ້າຍຄື​ກັນ. ສອງ​ຝ່າຍ​ເຫັນ​ດີຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ຢ້ຽມຢາມກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ແລະ​ການ​ແລ​ກປ່ຽນ​ທາງ​ຍຸດ​ທະ​ສາດ,ສືບ​ຕໍ່​ຊຸກຍູ້​ໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ຕັ້ງໜ້າ. ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ລະຫວ່າງ​ສອງ​ກອງທັບ​ແລະ​ສອງ​ປະ​ເທດ.

ຖະ​ແຫຼ​ງການ​ຊີ້​ວ່າ:​ໃນການ​ຢ້ຽມຢາມ​ຄັ້ງ​ນີ້, ຈີນ​ແລະ​ລາວ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ ການ​ຢ້ຽມຢາມ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ເຊິ່ງເປັນ​ການ​ປະກອບ​ສ່ວນ​ທີ່​ສຳຄັນ​ຕໍ່​ການ​ປັບປຸງມິດຕະພາບອັນເປັນ​ມູນ​ເຊື້​ອລະຫວ່າງ​ຈີນ-ລາວແລະ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ຝ່າຍ​​ໃນ​ຍຸກ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ