ຜົນສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ຜູ້ນຳການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກຕ່າງໆ
2016-09-10 14:18:43  cri 
  ທ່ານ​ນາງ ຮວ້າ​ຊຸນ​ຍິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 9 ກັນຍາ​ນີ້​ວ່າ, ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ເຂົ້າ​ຮ່ວມກອງ​ປະຊຸມ​ຜູ້ນຳການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກຕ່າງໆ​ທີ່ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ​ເຊິ່ງ ​​ແລະ​ປະສົບ​ຜົນສຳ​ເລັດ.

  ທ່ານ​ນາງ ຮວ້າຊຸນ​ຍິງ ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ, ຈີນ​ແລະ​ອາ​ຊຽນ​​ເປັນ​ເອກະ​ພາບ​ກັນ​ວ່າ, ຍິນ​ດີສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ​ທາງ​ຍຸດ​ທະ​ສາດ​ແລະ​ລົງ​ເລິ​ກການ​ຮ່ວມ​ມື​ທີ່​ແທ້​ຈິງ. ຂະນະ​ທີ່​ໃນ​ໄລຍະ​ຈັດ​ກອງ​ປະຊຸມ, ຈີນ​ແລະ​ອາ​ຊຽນ​ໄດ້​ຮັບຮອງ​ເອົາ​ເອກະສານຕ່າງໆ​​ທີ່​ເປັນໝາກຜົນກອງ​ປະຊຸມ​ ໂດຍຈີນສະແດງຄວາມຊົມເຊີຍຕໍ່​ການ​ສ້າງ​ປະຊາ​ຄົມອາ​ຊຽນສຳເລັດຜົນທັງສະໜັບສະໜູນ​ຂະ​ບວນການ​ເຊື່ອມ​ໂຍງຂອງ​ອາ​ຊຽນ​ກໍຄື​ສະໜັບສະໜູນບົດບາດ​​ເປັນໃຈກາງ​ໃນພາກພື້ນຂອງ​ອາ​ຊຽນ​. ຂະນະ​ດຽວ​ກັນ, ອາ​ຊຽນຢ້ຳການ​ພັດທະນາ​ຂອງ​ຈີນ​ເປັນ​ກາລະ​ໂອກາດ​ສຳຄັນ​ໃນ​ພາກ​ພື້ນ​ນີ້​ແລະສະໜັບສະໜູນ​ຈີນ​ພັດທະນາ​ໂດຍ​ສັນຕິ​ແລະຍຶດໝັ້ນ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

  ໃນ​ກອງ​ປະຊຸມອາຊຽນ, ຈີນ, ຍີ່ປຸ່ນແລະ ສ.ເກົາຫຼີ ຫຼື 10+3, ຝ່າຍ​ຕ່າງໆ​ໄດ້​ອອກ "ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ" ​ໂດຍ​ເນັ້ນ​ນຳ​ໃຊ້​ມາດ​ຕະການ​ຢ່າງຮອບດ້ານ, ວ່ອງ​ໄວ​ແລະ​ມີ​ປະສິດທິ​ຜົນ​ເພື່ອ​ຊຸກຍູ້​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ບົນ​ຈິດ​ໃຈທີ່ສະ​ເໝີ​ພາບ​, ຮ່ວມ​ມື​ກັນ​ແລະ​ກວມ​ລວມ; ຂະນະ​ທີ່​​​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກໄດ້​ອອກ​ຖະ​ແຫຼ​ງການ​ວຽງ​ຈັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມືພັດທະນາພື້ນຖານ​ໂຄງ​ລ່າງ​ຢູ່​ອາຊີ​ຕາ​ເວັນ​ອອກ​ໂດຍ​ສົ່ງ​ເສີມ​ປະ​ເທດ​​​ໃນພາກ​ພື້ນລົງ​ເລິກ​ການ​ຮ່ວມ​ມື​ໃນການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຕື່ມ​ອີກ​ເພື່ອ​ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ