ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 13 ແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈັດຂຶ້ນຢູ່ເມືອງນານໜິງ
2016-09-11 17:10:27  cri 

ວັນທີ 11 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 13 ແລະກອງປະຊຸມສຸດຍອດການຄ້າແລະການລົງທຶນໄດ້ຈັດຂຶ້ນຢູ່ເມືອງນານໜິງເຂດກວາງຊີຂອງຈີນ. ງານຄັ້ງນີ້ມີຫົວຂໍ້ "ຮ່ວມກັນສ້າງເສັ້ນທາງສາຍໄໝທາງທະເລສະຕະວັດທີ 21, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ໜັກແໜ້ນກວ່າເກົ່າ", ມີພາລະກຳສຳຄັນທີ່ຊຸກຍູ້ໃຫ້ຈີນແລະອາຊຽນຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ".

ທ່ານຈ່າງກ່າວລີ້ ຮອງນາຍົກລັດຖະມົນຕີຈີນ, ທ່ານຫງວນຊວນຝຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານຮຸ່ນເຊັນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານມິນສະເວ ຮອງປະທານາທິບໍດີມຽນມາ, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ, ທ່ານປຣະຈິນ ຈັ່ນຕວງ ຮອງນາຍົກລັດຖະມົນຕີໄທ, ທ່ານລີລວງມິນ ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງຕ່າງໆ, ທູຕານຸທູດ ປະທານສະມາຄົມການຄ້າ, ນັກທຸລະກິດທີ່ມີຊື່ສຽງ, ບຸກຄົນທີ່ມີຊື່ສຽງໃນວົງການຕ່າງໆຂອງບັນດາປະເທດໄດ້ເຂົ້າຮ່ວມກອງປະຊຸມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ