ມີ​ຄູ​ຝຶກຄື​ພໍ່​ຢູ່​ຄຽງຂ້າງ​ຕະຫຼອດ​ໃນ​ສະໜາມ​ແຂ່ງຂັນ​ກິລາ
2016-09-12 16:53:02  cri 

ຕາມທຳ​ມະດາ​ແລ້ວ, ​ໃນ​ຖານະ​ເປັນ​ຄູ​ຝຶກ​ຂອງ​ນັກ​ກິລາ​ຄົນ​ພິການ​ກໍ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຫຼາຍ​ກວ່າ​ທັງ​ຕ້ອງ​​ໄດ້​ອອກ​ເຫື່ອ​ເທ​ແຮງ​ທັງ​ຕ້ອງ​ສຸມ​ຈິດ​ໃຈ​ແລະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫຼາຍ​ກວ່າທັງ​ນີ້​ເມື່ອ​ໃດ​ນັກ​ກິລາ​ມີ​ຊີວິດ​ການ​ເປັນ​ຢູ່ບໍ່​ສະດວກ​ສະບາຍ​ກໍຕ້ອງ​​ເບິ່ງ​ແຍງຢ່າງ ໃກ້ຊິດ​ດັ່ງເງົາທຽມ​ຄີງ​ແລະ​ເມື່ອ​ໃດນັກ​ກິລາບໍ່​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຊີວິດກໍ​ຕ້ອງ​ປອບໃຈ​ດ້ວຍ​ຄວາມ​ອົດທົນ​ທັງ​ຊ່ວຍປັບປຸງ​ສະພາບ​ຈິດ​ໃຈ​ຢ່າງ​ທັນ​ການ; ສ່ວນຢູ່​ສະໜາມ​ແຂ່ງຂັນກໍ​ໄດ້​ຢູ່​ຄຽງ​ຂ້າງ​ນັກ​ກິລາ​ຄົນ​ພິການ​ຕະຫຼອດ. ຄຳວ່າ ຜູ້​ເປັນ​ຄູບາ​ອາຈານ​ກໍ​ເໝືອນ​ດັ່ງ​ພໍ່​ແມ່​ແລະນີ້​ຄື​ພາບ​ທີ່​ແສນອົບ​ອຸ່ນ​ທີ່​ສຸດ​ໃນ​ສະໜາມ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ ​ເຊິ່ງ​ເຮັດ​ໃຫ້​ທຸກ​ຄົນຮູ້​ສຶກຕື້ນຕັນ​ໃຈ​ຫຼາຍ​ແລະ​ປະ​ທັບ​ໃຈ​ຫຼາຍ​ທີ່​ສຸດ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ