ບຸນຫໍ່ເຂົ້າສະຫລາກ
2016-09-12 16:16:47  cri 

ບຸນຫໍ່ເຂົ້າສະຫລາກ ໝາຍເຖິງບຸນທີ່ ພະສົງສາມະເນນ ໄດ້ຈັບສະຫລາກ ເພື່ອຮັບເອົາປັດໄຈຖວາຍທານ ແລະ ເຄື່ອງຢູ່ຂອງກິນ ທີ່ອອກຕົນຍາດໂຍມ ນຳມາຖວາຍ ແລະ ບຸນນີ້ຈະປະຕິບັດ ໃນມື້ເພັງເດືອນສິບ ຈຶ່ງເອີ້ນອີກຢ່າງໜຶ່ງວ່າ "ບຸນເດືອນ ສິບ" ເຊິ່ງປີນີ້ກົງກັບວັນ ສຸກທີ 16 ກັນຍາ 2016.

ຕາມການບອກເລົ່າ ຂອງເຖົ້າແກ່ແນວໂຮມ ໃຫ້ຮູ້ວ່າ: ໃນມື້ຂຶ້ນ 14 ຄ່ຳເດືອນສິບ, ຊາວບ້ານຈະກຽມ ເຂົ້າປາອາຫານ, ຫໍ່ເຂົ້າຕົ້ມເຂົ້າໜົມແໜບ ແລະ ຄຳໝາກຄຳພູ, ຢາສູບ ໂດຍເຮັດເປັນກວຍເປັນຄຸ ຫລື ພາເຂົ້າ. ພໍຮອດມື້ຂຶ້ນ 15 ຄ່ຳເດືອນສິບກໍ ຈະພາກັນໄປ ເຕົ້າໂຮມຢູ່ວັດ ເພື່ອຕັກບາດ.

ໃນຕອນເຊົ້າ 9-10 ໂມງຂອງມື້ບຸນ ຫໍ່ເຂົ້າສະຫລາກ, ພະພິຂຸສົງຈະຕີກອງ ເພື່ອເຕົ້າໂຮມອອກ ຕົນຍາດໂຍມ ທີ່ຈຳນຳອາຫານມາຖວາຍ ແລະ ຫໍ່ເຂົ້ານ້ອຍທີ່ມີອາຫານ ຄາວຫວານແນວລະໜ້ອຍ ຫໍ່ເປັນຄູ່ໆມັດໃສ່ກັນເປັນພວງ ເພື່ອນຳໄປລ້ຽງຜີຕາ ແຮກ (ປະເພນີຜີຕາແຮກ ທີ່ຫລາຍທ້ອງຖິ່ນ ຍັງສືບຕໍ່ປະຕິບັດ) ຢູ່ໄຮ່ນາຮົ້ວສວນ ຂອງຕົນໂດຍມີຄວາມເຊື່ອວ່າ ຈະເຮັດໃຫ້ ຜີຕາແຮກເພິ່ງພໍໃຈ ແລະຊ່ວຍເບິ່ງແຍງ ບົວລະບັດເຂົ້າກ້າ ໃນນາໃຫ້ງອກງາມສົມບູນ ລວມເຖິງຊ່ວຍ ຂັບໄລ່ສັດຕູເຂົ້າເຊັ່ນນົກ, ໜູ, ປູ, ຫອຍປາກກວ້າງ ບໍ່ໃຫ້ມາທຳລາຍ ຕົ້ນເຂົ້າໃນນາ.

ສຳລັບເຂົ້າປາອາຫານ, ກວຍ ຫລື ຄຸນັ້ນ, ເຈົ້າສັດທາຕ້ອງຂຽນ ຊື່ຂອງຕົນເອງໃສ່ເຈ້ຍ ປ່ອນລົງໃນບາດ ຫລື ບ່ອນທີ່ກຽມໄວ້, ເມື່ອສະລາວັດ ຫລື ຜູ້ນຳຂອງອອກຕົນຍາດ ໂຍມກ່າວຄຳຖວາຍ ສະຫລາກແລ້ວ ກໍນຳໄປໃຫ້ພະສົງ ສາມະເນນຈັບສະ ຫລາກທີ່ຢູ່ໃນບາດ, ອົງໃດຈັບໄດ້ສະຫລາກ ຊື່ຂອງຜູ້ໃດຜູ້ທີ່ເປັນ ເຈົ້າຂອງພາເຂົ້າ ແລະ ເຄື່ອງປັດໄຈຖວາຍທານກໍນຳໄປເຄນໃຫ້ພະອົງນັ້ນໆ. ຈາກນັ້ນພະສົງຈະສັນເພນ ໃຫ້ພອນແລ້ວອອກຕົນ ຍາດໂຍມກໍຢາດນ້ຳອຸທິດ ສ່ວນບຸນສ່ວນກຸສົນ ໄປໃຫ້ຍາດ ຕິພີ່ນ້ອງ ທີ່ລ່ວງລັບໄປແລ້ວ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ