ໄຂ​ງານ​ວາງສະ​ແດງສິນຄ້າ​ຈີນ-​ອາ​ຊຽນຄັ້ງທີ 13
2016-09-12 15:55:49  cri 
    ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ ​ແລະ ກອງປະຊຸມສຸດຍອດການຄ້າ ແລະ ການ​ລົງທຶນ​ຈີນ-​ອາ​ຊຽນຄັ້ງທີ 13 ​ໄດ້​ໄຂ​ຂຶ້ນຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ ສປ ຈີນ​ເມື່ອ​ວັນ​ທີ 11 ກັນຍາ​ນີ້ ​ໂດຍ​​ຫົວ​ຂໍ້​ຕົ້ນຕໍ​​ເນັ້ນ "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-​ອາ​ຊຽນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ".

    ທ່ານ ຈ່າງ​ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້​ເຂົ້າຮ່ວມ ​ແລະ​ກ່າວ​ປາ​ໄສ​ໃນ​ພິທີ​ໄຂ​ງານວ່າ, ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ໄດ້​ກາຍ​ເປັນ​ໂອກາດ​ໃໝ່, ພະລັງ​ແຮງ​ໃໝ່ ​ແລະ​ ຈຸດ​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ, ມີ​ລະດັບ​ສູງ​ກວ່າ​ເກົ່າ ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ຈາກ​ນີ້ ​ຈຶ່ງ​ໄດ້​ມີ​ຂໍ້​ສະ​ເໜີ 6 ຂໍ້​ຄື ສອງ​ຝ່າຍ​​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ພັດທະນາ, ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ​ສາກົນ, ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ, ການ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມື​ດ້ານ​ການ​ທະນາຄາ​ນ ​ແລະ​ ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງຫຼາຍກວ່າ​ເກົ່າ.

    ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງນີ້ ຈະ​ດຳ​ເນີນ​ເປັນ​ເວລາ 4 ວັນ ​ໂດຍ​ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດ 1.020 ​ແຫ່ງ​ເຂົ້າຮ່ວມ ​ເຊິ່ງ​​ເມື່ອ​ທຽບ​ໃສ່​ປີຜ່ານມາ ​ເພີ່ມ​ຂຶ້ນ 14,4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ