ໜ້າ​ງຶດ​​ທີ່​ນັກ​ກິລາ​ຄົນ​ພິການ​ແລ່ນ​ໄວ​ກວ່າ​ແຊ໊ມ​ໂອ​ລິ​ມປິກ​ໃນ​ລາຍການ​ແລ່ນ 1500 ​ແມັດ​ຊາຍ
2016-09-13 16:44:21  cri 

ວັນທີ 12 ກັນຍານີ້,ໃນການແຂ່ງຂັນແລ່ນ 1500 ແມັດຊາຍ ຂັ້ນT13 ​ໃນ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່​ເມືອງຣີ​ໂອ ປະ​ເທດ​​ເບຣຊິນນັ້ນ, ​ເປັນ​ເລື່ອງ​ທີ່​ໜ້າ​ງຶດ​ເມື່ອຜົນງານ​ຂອງ​ນັກ​ກິລາ​ທີ່​ໄດ້​ທີ 1 ຫາ ທີ 4 ນັ້ນລ້ວນ​ແຕ່​ໄວ​ກວ່າ ສະຖິຕິຂອງ​ທ້າວ​ແຊນ​ໂຕຣວິສ ນັກ​ກິລາ​ອາ​ເມ​ລິ​ກາທີ່​ເປັນ​ແຊ໊ມ​ ​ລາຍການ​ດັ່ງກ່າວ​ໃນ​ມະຫະ​ກຳ​ກິລາ​ໂອ​ລິ​ມປິກຣີ​ໂອ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ສິງຫາ​ຜ່ານ​ມາທີ່​ສ້າງ​ໄວ້ 3 ນາທີ 50 ວິນາທີ 00 ລິບດາ. ທັງ​ນີ້​ຜົນງານ​ຂອງ​ທ້າວ ບາຄາ ອັບ​ເດ​ວລາ​ຕິ​ຟ ນັກ​ກິລາ​ອານ​ເຊ​ຣີທີ່​ເປັນ​ແຊ໊ມໃນ​ມະຫະ​ກຳ​ກິລາ​ໂອ​ລິ​ມປິກ​ຄົນ​ພິການຣີ​ໂອ​ຄື 3 ນາທີ 48 ວິນາທີ 29 ລິບດາ. ຫຼັງ​ການ​ແຂ່ງຂັນ,​ແຊ໊ມ​ຜູ້​ນີ້​ໄດ້​ເວົ້າ​ກົງໆ​ວ່າ: ​ພວກເຮົາ 4 ຄົນທັງ​ແຕ່​ທີ​ 1 ຫາ ທີ 4 ຄວນ​ໄດ້​ຮັບ​ຫຼຽນ​ຄຳ​ໂອ​ລິ​ມປິກທັງ​ໝົດ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ