ບົດ​ລາຍ​ງານ​ຄົ້ນຄວ້າການ​ສ້າງຄວາມສະດວກ​​ແກ່​ການ​ຄ້າລະຫວ່າງ​ຈີນ-ອາ​ຊຽນ(ກຳ​ປູ​ເຈຍ-ລາວ-ມຽນມາ​-ຫວຽດນາມ)
2016-09-13 16:54:18  cri 

ການ​ນຳ​ສະ​ເໜີ​ບົດ​ລາຍ​ງານ​ຄົ້ນຄວ້າ​ການສ້າງ​ຄວາມ​ສະດວກ​​ແກ່​ການ​ຄ້າລະຫວ່າງ​ຈີນ-ອາ​ຊຽນ(ກຳປູ​ເຈຍ-ລາວ-ມຽນມາ-ຫວຽດນາມ)​​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ ​ເຂດ​ປົກ​ຄົງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​ໃນ​ວັນ​ທີ 12 ກັນຍາ​ນີ້ ເຊິ່ງ​ເປັນກິດຈະກຳ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 13.

ບົດ​ລາຍ​ງານ​ຄົ້ນຄວ້າດັ່ງກ່າວ​ລິ​ເລີ່​ມ​ໂດຍ​ກອງ​ເລຂາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ໂດຍ​ແນ​ໃສ່​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ມີ​ຢູ່​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ກັບ 4 ປະ​ເທດ​ສະມາຊິກ​ອາ​ຊຽນດັ່ງກ່າວ​ເຊັ່ນ​ການບໍ່​ໄດ້​ຮັບ​ຄວາມ​ສະດວກ​ໃນ​ການ​ຜ່ານ​ດ່ານ, ມາດຕະ ຖານ​ດ້ານລະບຽບການມີ​ຄວາມ​ແຕກ​ໂຕນ​ກັນ,ພື້ນຖານ​ໂຄງ​ລ່າງ​ຫຼ້າ​ຫຼັງຫຼາຍ​, ຂັ້ນ​ຕອນ​ ​ສັບສົນ​ແລະ​ບັນຫາ​ອື່ນໆ ທັງ​ໄດ້​ວາງ​ຂໍ້​ສະ​ເໜີ​ດ້ານ​ນະ​ໂຍບາຍ​ 5 ດ້ານ​ຄື ສະພາບ​ແວດ​ລ້ອມ​ການ​ຜ່ານ​ດ່ານ, ສະພາບ​ແວດ​ລ້ອມ​ຂອງລະບຽບ​ການ, ປະສິດທິພາບ​ຂອງ​ດ່ານ​ຊາຍ​​ແດນ, ການ ຄ້າ​ເອ​ເລັກ​ໂຕຣນິກ​ແລະການ​ເຄື່ອນ​​ໄຫວ​ຂອງ​ນັກທຸລະກິດ. ຜົນ​ຂອງ​ບົດ​ລາຍ​ງານ​ຄົ້ນຄວ້າ​ດັ່ງກ່າວ​ເປັນ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ຄວາມ​ສະດວກ ສະບາຍ​ຂອງ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນທັງ​ເປັນ​ການຊຸກຍູ້​ການ​ກໍ່ສ້າງ​ເພື່ອ​ຍົກ​ລະດັບ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ