ສປປລາວ​ຫວັງ​ຈະ​ເລັ່ງການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດທະນາ​ກັບ​ຈີນ
2016-09-13 15:49:38  cri 
    ກ່ອນ​ໜ້າ​ນີ້​ບໍ່​ດົນ, ​ໃນ​​ໂອກາດ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງທີ 13, ທ່ານ ສອນໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ສປປ ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ປະ​ເທດ​ຕົນ​ຫວັງ​ເອົາ​ຍຸດ​ທະ​ສາດ​ "ຫັນປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ໃຈກາງບໍລິການ​ທາງ​ຜ່ານ" ​ເຊື່ອມ​ເຂົ້າ​ກັບຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​​ໃຫ້​ໄວ​ຂຶ້ນ, ຍົກລະດັບ​ການ​ເຊື່ອມ​ຈອດ​ກັນ​ຂອງ​ລາວ​ໃຫ້​ສູງ​ຂຶ້ນ, ສ້າງ​ປະ​ເທດ​ຕົນ​ໃຫ້​ເປັນຈຸດເຊື່ອມ​ຕໍ່​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ສຳຄັນ ​ເພື່ອ​​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ​ແບບ​ຍືນ​ຍົງ.

    ທ່ານ ສອນ​ໄຊ ກ່າວ​ວ່າ, ປະ​ເທດ​ຕົນ​ກັບ​ຈີນ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ແລ້ວ ​ແລະ​ກໍຫວັງ​ວ່າ​ວິ​ສາ​ຫະກິດ​ຈີນ​ຈະ​​ໄປ​ລົງທຶນ​ຢູ່​ລາວຫຼາຍກວ່າ​ເກົ່າ, ຈັດຕັ້ງປະຕິບັດ​ຍຸດ​ທະ​ສາດ​ແຕ່ລະ​ຂໍ້ ​​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລາວ​ຢ່າງຮອບດ້ານ.

    ໃນ 7 ປີຜ່ານມາ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ໄດ້​ເພີ່ມ​ຂຶ້ນ​ໂດຍສະ​ເລ່ຍ​ ຫຼາຍກວ່າ 20% ຕໍ່​ປີ. ທ່ານ ສອນ​ໄຊ ກ່າວ​ຕື່ມ​ວ່າ, ​ໃນ​ຖານະ​ເປັນ​ໝາກຜົນ​ລະອຽດ​ຂອງ​ຂໍ້​ລິ​ເລີ່​ມ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ", ທາງ​ລົດ​ໄຟ​ລາວ-​ຈີນ​ທີ່​ໄດ້​ວາງ​ສີ​ລາ​ລືກ​ເມື່ອ​ທ້າຍ​ປີ​ຜ່ານ​ມາ ບໍ່​ພຽງ​ແຕ່​ຈະ​ສາມາດ​ຊຸກຍູ້​ໃຫ້​ລາວ​ຫັນຈາກ "ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ" ກາຍ​ເປັນ "ປະ​ເທດ​ໃຈກາງບໍລິການ​ທາງ​ຜ່ານ" ​ເທົ່າ​ນັ້ນ, ຍັງ​ຈະ​ສ້າງ​ຂົວ​ຕໍ່​ໃຫ້​ແກ່​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ລາວ​ແລະ​ຈີນ​ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ