ຈີນ​ສ້າງ​ກອງ​ທັບ​ຮັບປະກັນ​ພະລາທິການ
2016-09-14 16:34:42  cri 

    ກອງທັບ​ຮັບປະກັນ​ພະລາທິການ​ປະສົມ​ຂອງ​ຄະນະ​ກຳມະການ​ການ​ທະຫານ​ສູ​ນກາງ​ຈີນ ​ໄດ້​ສ້າງຕັ້ງຂຶ້ນຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 13 ກັນຍາ​ນີ້ ​ໂດຍ​ທ່ານ ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະ​ຫານ​ສູນ​ກາງ​ຈີນ ​ໄດ້​ມອບ​ທຸງ​​ໃຫ້​ກອງ​ທັບດັ່ງກ່າວ​ແລະ​ກ່າວ​ຄຳ​ໂອວາດ.

    ທ່ານ ຢາງ​ຢີຈູ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ຮັບປະກັນ​ພະລາ​ທິການ​ກະຊວງ​ການ​ຕ່າງປະ​ເທດ​ວ່າ, ກອງ​ທັບ​ດັ່ງກ່າວ​ແມ່ນ​ກຳລັງ​ຕົ້ນຕໍ​ໃນ​ການ​ປະຕິບັດ​ໜ້າ​ທີ່ຮັບປະກັນ​ດ້ານ​ພະລາ​ທິການ​ແລະ​ສະໜັບ​ສະ​ໜູນ​ດ້ານ​ຍຸດ​ທະ​ສາດ​ແລະ​ບັ້ນຮົບ, ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ລະບົບ​ກຳລັງ​ການ​ທະຫານ​ທັນ​ສະ​ໄໝ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ. ພວກ​ເຮົາ​ຍຶດໝັ້ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຮ່ວມ​ກັນ​ສູ້​ຮົບ, ຮ່ວມ​ກັນ​ຝຶກ​ຊ້ອມ ​ແລະ​ຮ່ວມ​ກັນ​ຮັບປະກັນ, ພະຍາຍາມ​ສ້າງ​ກອງ​ທັບ​ຮັບປະກັນ​ດ້ານ​ພະລາ​ທິການ​ທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ​ໃຫ້​ໄວ​ຂຶ້ນ​​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ