ຈີນ​ມີ​ຄວາມ​ພະຍາຍາມຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງຢ່າງ​ແທ້​ຈິງ
2016-09-16 15:59:17  cri 
  ທ່ານ ​​ເດວິດ ນາ​ບາ​ໂຣ ທີ່​ປຶກສາພິ​ເສດ​ວາລະການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ຕົນ​ໄດ້​ເຫັນ​ຜູ້ນຳ​ຈີນ​ມີ​ຄວາມ​ພະຍາຍາມ​ຢ່າງ​ແທ້​ຈິງ​ແລະ​ສຸຂຸມ​ຮອບ​ຄອບ​ຕໍ່​ການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຫວັງ​ວ່າ​ຈະ​ສືບ​ຕໍ່​ພະຍາຍາມ​ແບບ​ນີ້​ດ້ວຍ​ວິທີ​ສ້າງສັນ."

  ທ່ານ ນາ​ບາ​ໂຣ ຊີ້​ໃຫ້​ເຫັນ​ວ່າ: ຕົນ​ເຄີຍ​ຮ່ວມ​ມືກັບ​ພາກສ່ວນ​ຕ່າງໆ​ຂອງ​ລັດຖະບານ​ຈີນ​ແລະ​ເຫັນທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ຕ່າງ​ກໍ​ເລີ່​ມລົງມືປະຕິບັດ​ໜ້າ​ວຽກ​ຕ່າງໆກ່ຽວ​ກັບ​​ເປົ້າ​ໝາຍ​ການ​ພັດ​ທະນາ​ແບບ​ຍືນ​ຍົງ​ໂດຍ​ສະ​ເພາະ​ລັດຖະບານຈີນ​​ໄດ້ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ບັນຫາ​ສິ່ງ​ແວດ​ລ້ອມ​ໃນ​ການວາງ​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13 ​ໂດຍ​ເອົາ​ບັນຫາ​ດັ່ງກ່າວ​ເປັນ​ບຸລິ​ມະ​ສິດ​ທັງ​ສະ​ເໜີ​ໃຫ້​ສະ​ແຫວ​ງຫາ​ການ​ພັດທະນາ​ແບບ​ກາກ​ບອນ​ຕ່ຳ​ນັ້ນ​ເປັນ​ສິ່ງ​ປະ​ທັບ​ໃຈຕົນຫຼາຍ.

  ທ່ານ ນາບາ​ໂຣ ຫວັງ​ວ່າຈີນຈະ​ສືບ​ຕໍ່​ເຕົ້າ​ໂຮມ​ທຸກໆກຳລັງ​ຂອງ​ທົ່ວສັງຄົມ​ແລະ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ດ້ວຍ​ວິທີ​ກວມ​ລວມ​ໃນ​ຕໍ່​ໜ້າແລະ​ແ​ບ່ງປັນປະສົບ​ການ​ໃຫ້​ແກ່​ປະ​ເທດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ