​ເຈົ້າ​ໜ້າ​ທີ່​ລາວ​ຄາດ​ວ່າຈະ​ເລີ່​ມກໍ່ສ້າງທາງ​ລົດ​ໄຟລາວ-ຈີນ​ໃນ​ເດືອນ​ທັນວາ​ປີ​ນີ້
2016-09-17 14:10:33  cri 
  ໜັງສືພິມ "ວຽງ​ຈັນ​ທາມ​" ສະບັບ​ວັນ​ທີ 15 ກັນຍາ​ນີ້​ໄດ້ອ້າງ​ຕາມ​ຄວາມ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ລາວມາລາ​ຍງານ​ວ່າ: ​ຄາດ​ວ່າຈະ​ເລີ່​ມລົງມືກໍ່ສ້າງທາງ​ລົດ​ໄຟລາວ-ຈີນ​ໃນ​ເດືອນ​ທັນວາ​ປີ​ນີ້.

  ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ລາວ​ທັງ​ເປັນ​ຜູ້​ຮັບຜິດຊອບ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຝ່າຍ​ລາວ​ຍົກ​ໃຫ້​ເຫັນ​ວ່າ, ນອກຈາກ​ເຊັນ​ສັນຍາ​ກັບ​ບໍລິສັດ​ກໍ່ສ້າງ​ຂອງຈີນ 6 ​ແຫ່ງ​ແລ້ວ​ຍັງ​ຕ້ອງ​ເຊັນ​ສັນຍາ​ກັບ​ບໍລິສັດ​ໃຫ້​ຄຳ​ປຶກສາ 6 ​ແຫ່ງ​ອີກ​. ​ໃນ​ນັ້ນ, ​ໄດ້​ເຊັ່ນ​ສັນຍາ​ກັບບໍລິສັດ​ແຫ່ງ​ໜຶ່ງໃນປີຜ່ານມາ​ແລ້ວ​ແລະ​ຍັງ​ຈະ​ເຊັນ​ສັນຍາ​ກັບ​ບໍລິສັດຈີນອີກ 5 ​ແຫ່ງ​ໃນ​ເດືອນ​ໜ້າ.

  ທ່ານ ກ່າວ​ວ່າ, ​ໃຫ້​ມີ​ການເວນ​ຄືນ​ທີ່​ດິນ, ການມ້າງ​​ເຮືອນແລະ​ການ​ຈ່າຍ​ຄ່າຊົດ​ເຊີຍ​​ໃຫ້ປະຊາຊົນ​ຕາມ​ທາງ​ລົດ​ໄຟຢູ່​ປະ​ເທດ​ຕົນ​ຈະ​ສຳ​ເລັດ​ໃນ​ປີ​ນີ້. ນອກ​ນີ້ອາດຈະຕ້ອງ​ໄດ້ກຳນົດຂອບ​ເຂດ​ເວນ​ຄືນ​ທີ່​ດິນ​ຂອງ​ສະຖານີ​ລົດ​ໄຟທີ່ຈະສ້າງຂຶ້ນ​ຕາມ​ທາງ​ລົດ​ໄຟກ່ອນ​ລົງມື​ກໍ່ສ້າງ. ​ແນວ​ໃດ​ກໍ​ດີທາງ​ລົດ​ໄຟ​ທຸກໆຍານ​ຈະ​ລົງມື​ກໍ່ສ້າງ​ພ້ອມ​ກັນ.

  ຂະນະ​ທີ່​ວັນ​ທີ 16 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ຝ່າຍ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ສອງ​ປະ​ເທດ​ຈີນ-ລາວ​ພວມ​ພົວພັນ​ແລະ​ປຶກສາ​ຫາລື​ໜ້າ​ວຽກ​ຕ່າງໆ​ເປັນ​ຕົ້ນ​ການ​ກໍ່ສ້າງ​ແລະ​ອື່ນໆ, ສ່ວນເວລາລົງມື​ກໍ່​ສ້າງ​ກໍ​ຈະ​ເປີດ​ເຜີຍ​ຕາມຫຼັງເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ