ນາຍົກລັດຖະມົນຕີຈີນ​ເຂົ້າ​ຮ່ວມ​ກອງປະຊຸມ​ລະດັບ​ສູງ​ຕ່າງໆ​ຂອງ​ສະມັດຊາ​ໃຫຍ່​ສປຊຊຸດ​ທີ 71
2016-09-19 11:13:05  cri 
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ເດີນທາງ​ໄປ​ສະໜາມ​ບິນ​ສາກົນ​ເຄັນ​ນີດີ​ເມືອງ​ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ​ດ້ວຍ​ເຮືອບິນ​ພິ​ເສດ​ໃນ​ຕອນ​ບ່າຍ​ວັນ​ທີ 18 ກັນຍາ​ນີ້​​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ຕ່າງໆ​ຂອງ​ສະມັດ​ຊາ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ທີ 71.

ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນວ່າ: ປີ​ນີ້​ເປັນ​ປີ​ຄົບຮອບ 45 ປີ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ຟື້ນ​ຟູ​ບ່ອນ​ນັ່ງ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງສາທາລະນະ​ລັດ​ປະຊາຊົນ​ຈີນ​​ໃນ​ອົງການ​ດັ່ງກ່າວ.ຈີນ​ເປັນ​ຜູ້​ສະໜັບສະໜູນ​ພາລະກິດ​ທຸກ​ດ້ານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ຕັ້ງໜ້າ ​ແລະ​ໃນ​ຖານະ​ເປັນ​ປະ​ເທດສະພາ​ມົນຕີ​ຖາວອນ​ປະຈຳ​ສະພາ​ຄວາ​ມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, ຈີນ​ປົກ​ປ້ອງ​ຈຸດປະສົງ​ແລະ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ຢ່າງ​ເດັດດ່ຽວ ທັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ດັ່ງກ່າວ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ໂລກ ​ແລະ​ສົ່ງ​ເສີມ​ສັນຕິພາບ​ກໍ​ຄືການ​ພັດທະນາ​ຂອງ​ໂລກ​ໃຫ້​ປະສົບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.

ໃນ​ໄລຍະ​ຢູ່​ນິວຢອກ, ທ່ານ​ຫຼີ​ເຄີ້ສຽງ​ຍັງ​ຈະພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ບາຣັກ​ໂອບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ​ພົບ​ປະ​ກັບ​ບຸກຄົນ​ສຳ​ຄັນ​ໃນ​ວົງ​ການ​ຕ່າງໆ​ຂອງ​ອາ​​ເມ​ລິ​ກາ​ເປັນ​ຕົ້ນ​ເສດຖະກິດ, ການ​ເງິນ, ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິ, ສື່​ມວນ​ຊົນ​ແລະ​ອື່ນໆ ​ແລະ​ຍັງ​ຈະ​ເຂົ້າ​ຮ່ວມ​ກິດຈະກຳ​ສົນທະນາ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ​ເສດຖະກິດ​ນິວຢອກ​ແລະ​ອົງການ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ