ສຳ​ເລັດກອງ​ປະຊຸມ​ສຸດ​ຍອດ​ຂະບວນການ​ບໍ່​ຮ່ວມ​ກຸ່ມ​ຄັ້ງ​ທີ 17
2016-09-19 16:38:31  cri 
ກອງ​ປະຊຸມ​ສຸດ​ຍອດ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຄັ້ງ​ທີ 17 ​ໄດ້ອັດ​ລົງ​ແລ້ວ​ໃນ​ວັນ​ທີ 18 ກັນຍາ​ນີ້​ຢູ່​ເວ​ເນ​ຊູ​​ເອ​ລາ​ໂດຍ​​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ເກາະ​ມາ​ກາຣີຕາ ທີ່​ເປັນ​ການ​ຊີ້​ນຳ​ການ​ພັດທະນາ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໃນ 3 ປີ​ຕໍ່ໜ້າ. ​ໂອກາດ​ດັ່ງກ່າວ, ທ່ານ​ນິ​ໂຄ​ລາສ ມາ​ດູ​ໂຣ ປະທານາທິບໍດີ​ເວ​ເນ​ຊູ​ເອລາ ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ໄດ້​ຢືນຢັນ​ວ່າ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຈະ​ສືບ​ຕໍ່​ຊຸກຍູ້​ທົ່ວ​ໂລກ​ໃຫ້​ຂະຫຍາຍຕົວ​ໄປສູ່​ການ​ຫັນ​ເປັນ​ຫຼາຍ​ຂົ້ວ​ແລະ "​ເຊື່ອມຄວາມ​ເປັນ​ລັດທິ​ຈັກກະພັດ".

ໃນ​ໂອກາດ​ປະກອບ​ຄຳ​ຄິດ​ເຫັນ​ຢູ່​ກອງ​ປະຊຸມ​ດັ່ງກ່າວ, ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນສ່ວນ​ໃຫຍ່​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ປະພຶດ​ຂອງ​ອາ​ເມ​ລິ​ກາ​ແບບ​ລັດທິ​ແຊກ​ແຊງ​ແລະ​ລັດທິ​ມະຫາ​ອຳນາດ ຂະນະ​ດຽວ​ກັນ​ກໍ​ໄດ້​ສະ​ແດງ​ການ​ສະໜັບ​ສະ​ໜູນ​ ​ເວ​ເນ​ຊູ​ເອລາ​ທີ່​ເປັນ​ປະ​ເທດ​ເຈົ້າພາບ ທັງ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​​ເວ​ເນ​ຊູ​ເອລາ ​ແລະ​ຍົກ​ເລີກ​ມາດ​ຕະການ​ ​ທີ່​ຂວ້ຳ​ບາດ​ເສດຖະກິດ​ກູ​ບາທັງ​ໝົດ.

ນອກ​ນີ້, ກຸ່ມ 77 ປະ​ເທດ​ແລະ​ຈີນ​​ໄດ້​ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກຸ່ມ 77 ປະ​ເທດ​ທີ່​ບໍ່​ຮ່ວມກຸ່ມ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ກາ​ນພັດ​ທະ​ນາ​ໃຕ້ໆ. ສະຫະ​ປະຊາ​ຊາດ​ຫວັງ​ຢາກຮ່ວມກັບ​ຂະ​ບວນການ​ບໍ່​ຮ່ວມກຸ່ມພ້ອມ​ກັນຊຸກຍູ້​ໃຫ້​ທົ່ວ​ໂລກ​ເກີດ​ສະພາບ​ຫຼາຍ​ຂົ້ວ​ແລະ​ກາ​ນພັດ​ທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ