ງານ​ວາງສະ​ແດງ​ຮູບ​ພາບ "ພາລະກິດ​ສິດທິ​ມະນຸດ​ຈີນ​ທີ່​ພັດທະນາ​ກ້າວໜ້າຢ່າງ​ບໍ່​ຢຸດ​ຢັ້ງ" ຈັດ​ຂຶ້ນຢູ່​ສຳນັກງານ​ໃຫຍ່​ ສປຊ
2016-09-20 16:03:30  cri 

​​ໃນ​ໂອກາດອົງການ​ສະຫະ​ປະຊາ​ຊາດ​ອອກ "ຖະ​ແຫຼງການ​ການ​ພັດທະນາສິດທິ" ຄົບຮອບ 30 ປີ, ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດງານ​ວາງສະ​ແດງ​ຮູບ​ພາບ "ພາລະກິດ​ສິດທິ​ມະນຸດ​ຂອງ​ຈີນ​ທີ່​ພັດທະນາ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ" ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ນິວຢອກ​ສະຫະລັດອາ​ເມ​ລິ​ກາ​ໃນ​ວັນ​ທີ 19 ກັນຍາ​ນີ້.

​ໃນ​ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ວາງສະ​ແດງ​ຮູບ​ພາບ 80 ກວ່າພາບ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວໜ້າ​​ໃນ​ພາລະກິດ​ສິດທິ​ມະນຸດ​ຂອງ​ຈີນ​ໃນ​ຊຸມ​ປີຜ່ານມາ​ຈາກຫຼາຍມຸມ​ມອງ, ຫຼາຍລະດັບ ​ແລະ ​​​ເປັນ​ທີ່​ປະຈັກ​ຕາ ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ເສັ້ນທາງ​ພັດທະນາ​ສິດທິ​ມະນຸດ​ຂອງ​ຈີນ ຄື ຈາກ "ການບັນຈຸ​ສິດທິ​ມະນຸດ​ເຂົ້າ​ໃນ​ລັດຖະທຳ​ມະນູນ" ຕະຫຼອດ​ເຖິງ "ການ​ຊຸກຍູ້​ການ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຢ່າງຮອບດ້ານ" ຢ່າງມີ​ຊີວິດ​ຊີວາ. ຈີນ​ໄດ້​ຈັດ​ເອົາ​ສິດ​ຢູ່​ລອດ ​ແລະ ສິດ​ພັດທະນາ​ໄວ້​​ເປັນອັນ​ດັບ​ທຳ​ອິດ ​ແລະ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ທົ່ວ​ໂລກ​ຢ່າງ​ຕັ້ງໜ້າ.

ງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ດຳ​ເນີນ​ຈົນ​ເຖິງ​ວັນ​ທີ 23 ກັນຍາ​ນີ້​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ