​ທ່ານ​ບັນ​ກີ​ມູນຊົມ​ເຊີຍ​ຄວາມ​ສາມາດ​ການ​ນຳພາ​ຂອງທ່ານຫຼີ​ເຄິ້ສຽງ
2016-09-20 11:14:23  cri 

  ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​ການສຳ​ມະ​ນາທີ່​ມີຫົວ​ຂໍ້ "​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ: ພະຍາຍາມຮ່ວມ​ກັນ​​ເພື່ອດັດແປງ​ໂລກ​ຂອງ​ພວກ​ເຮົາ" ທີ່​ຈັດ​ຂຶ້ນ​ຢູ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 19 ກັນຍາ​ນີ້​ໂດຍ​ທ່ານ ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ປະທານ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຊຸດ​ທີ 71 ​ພ້ອມ​ດ້ວຍ​ຜູ້​ຮັບຜິດຊອບ 16 ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ. ​ໂອກາດ​ດັ່ງກ່າວ, ທ່ານ ບັນ​ກີ​ມູນ  ​ໄດ້​ສະ​ແດງ​ຄວາມຍ້ອງຍໍຊົມ​ເຊີຍວ່າ: "ຂ້າພະ​ເຈົ້າ​ບໍ່ຄ່ອຍ​ເຫັນຜູ້​ຮັບຜິດຊອບ​ອົງການ​ຈັດ​ຕັ້ງ​ສາກົນຫຼາຍ​ປານ​ນີ້​ໃນກອງ​ປະຊຸມ​ໃດ​ໜຶ່ງ​ເຊິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ ​ນຳພາ​ຂອງ​ທ່ານ ຫຼີ​ເຄິ້ສຽງ ຢ່າງ​ເຕັມ​ສ່ວນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ