ເລີ່ມເກັບອາກອນມູນຄ່າເພີ່ມເດືອນໜ້າເປັນຕົ້ນໄປ
2016-09-20 14:25:32  cri 
  ກະແສການຈັດເກັບອາກອນ ມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງຂອງທີ່ອ້າງອີງແຫຼ່ງທີ່ມາຈາກກະຊວງການເງິນໃນໂລກອອນລາຍເມື່ອບໍ່ດົນມານີ້ໄດ້ສ້າງຄວາມສົນໃຈພໍສົມຄວນແກ່ປະຊາຊົນ, ຫຼ້າສຸດໄດ້ມີຂໍ້ກຳນົດສະ ບັບແທ້ອອກມາເຜີຍແຜ່ຢ່າງເປັນທາງການ ແລະ ຈະເລີ່ມປະຕິບັດໃນອີກບໍ່ຊ້ານີ້.  

  ອີງຕາມຂໍ້ມູນຈາກໜັງສືພິມວຽງຈັນ ທາມ ສະບັບ ວັນທີ 19 ກັນຍາ 2016 ອ້າງອີງການໃຫ້ສຳພາດຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມອາກອນ ກະຊວງການເງິນໄດ້ລະບຸວ່າ: ຂໍ້ກຳນົດ ສະບັບນີ້ ມາຮອດປະຈຸບັນແມ່ນຍັງບໍ່ທັນ ໄດ້ນຳໃຊ້ເທື່ອ ແຕ່ຈະເລີ່ມນຳເຂົ້າສູ່ພາກປະຕິບັດຕົວຈິງຢ່າງເປັນທາງການນັບແຕ່ຕົ້ນເດືອນໜ້າເປັນຕົ້ນໄປ, ໂດຍມອບໃຫ້ກົມພາສີກຳນົດບຸລິມະສິດບັນດາດ່ານພາສີຊາຍແດນທີ່ມີເງື່ອນໄຂເພື່ອຈັດຕັ້ງປະຕິບັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ